ປາກິດສະຖານ:ການໃຊ້ຄວາມຮຸນແຮງໃກ້ນະຄອນຫຼວງເຮັດໃຫ້90ຄົນເສຍຊີວິດແລະຮັບບາດເຈັບ
ຮ້ານຂາຍເຄື່ອງແຫ່ງໜຶ່ງຖືກຈຸດເຜົາ
(ພາບ: news.cn)
(vovworld) – ສື່ມວນຊົນ ປາກິດສະຖານໄດ້ໃຫ້ຂ່າວວ່າ: ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນເຖິງ 10 ຄົນໃນການໃຊ້ຄວາມຮຸນແຮງລະຫວ່າງສາສະໜາຕ່າງໆເກີດຂຶ້ນຢູ່ນະຄອນຫຼວງ Rawalpindi ຢູ່ໃກ້ກັບນະຄອນຫຼວງ Islamabad ຂອງປະເທດນີ້ໃນຕອນຄຳ່ວັນທີ 15/11.
ການໃຊ້ຄວາມຮຸນແຮງເກີດຂຶ້ນໃນເວລາ 17 ໂມງ (ຕາມເວລາທ້ອງຖີ່ນ), ເມື່ອບັນດາຊາວມຸດສະລິມ ນິກາຍ Shiite ພວມດຳເນີນພິທີຂອງເດືອນ Muharram ຢູ່ເຂດ Raja Bazar ຂອງນະຄອນ Rawalpindi, ກົງກັບຈຸດເວລາດຳເນີນການເທດສະໜາຂອງຊາວ Sunni ຢູ່ໂບດແຫ່ງໜຶ່ງໃກ້ໆນັ້ນ. ຊາວ Shiite ຍັງປືນໃສ່ໂບດແຫ່ງນີ້ເຮັດໃຫ້ການປະທະກັນດ້ວຍກຳລັງອາວຸດເກີດຂຶ້ນ. ມີຫຼາຍເປົ້າໝາຍໄດ້ທົບຕີຕຳຫຼວດ ແລະ ຢືດເອົາປືນເພື່ອຍິງໃສ່ກຸ່ມສູ້ຢັນກັນ, ບຸກໂຈມຕີນັກຂ່າວ ແລະ ມ້າງທຳລາຍອຸປະກອນຂອງເຂົາເຈົ້າ. ຕຳຫຼວດຕ້ອງໃສ່ແກັດນ້ຳຕາເພື່ອຍຸບເລີກກຸ່ມຄົນພວມເຕົ້າໂຮມເປັນຈຳນວນຫຼວງຫຼາຍ.