ປາກິສະຖານບຸກໂຈມຕີທາງອາກາດດັບສູນພວກກະບົດກວ່າ 100 ຄົນ

ປາກິສະຖານບຸກໂຈມຕີທາງອາກາດດັບສູນພວກກະບົດກວ່າ 100 ຄົນ - ảnh 1
ການບຸກໂຈມຕີສະໜາມບິນ Karachi.
(ພາບ: 24h.com)


(vovworld) - ຕອນ​ເຊົ້າ​ວັນ​ທີ 15/6, ພວກ​ກະບົດ​ກວ່າ 100 ຄົນ ​ໄດ້​ຖືກ​ດັບ​ສູນ ​ແລະ ສະຖານ​ທີ່​ຊ້ອນຕົວ 8 ​ແຫ່ງ​ຂອງ​ພາກສ່ວນ​ລຸກ​ຮຶ້ຂຶ້ນກໍ່​ຖືກ​ທຳລາຍ​ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກອງ​ທັບ​ປາ​ກິ​ສະຖານ​ໃສ່​ເຂດ ອວາ​ຢີຣີສະຖານ​ເໜືອ, ຢູ່ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ຕົກ​ຂອງ​ປະ​ເທດ​ນີ້​. ການ​ບຸກ​ໂຈມ​ຕີ​ສ່ວນ​ຫຼາຍ​ແມ່ນ​ເລັ່ງ​ໃສ່​ບັນດາ​ມື​ປືນ​ຊາວ ອູ​ເຢີ​ເບ​ດິສະຖານ ທີ່​ຫ່າງ​ຈາກ​ເທດສະບານ ມີຣານຊາ ​ໄປ​ທາງ​ທິດຕາ​ເວັນ​ຕົກຂອງ ອວາ​ຢີຣີສະຖານ​ເໜືອ ປະມານ 25 ກິ​ໂລ​ແມັດ, ​ແລະ ສະຖານ​ທີ່​ຂອງ​ພວກ​ກະບົດ​ທີ່​​ພົວພັນ​ກັບ ຕາ​ລີ​ບານ ​ແລະ ອານ​ເກ​ດາ, ​ເຊິ່ງ​ຕິດ​ກັບ ອາບ​ກາ​ນິສະຖານ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 14/6, ກອງທັບ ປາ​ກິ​ສະຖານ ​ໄດ້​ອອກ​ຄຳ​ຂາດ, ບັງຄັບ​ໃຫ້​ບັນດາ​ມື​ປືນ​ຕ່າງ​ປະ​ເທດ​ທັງ​ໝົດທີ່​ພວມ​ຊ້ອນ​ຕົວ​ຢູ່ ອວາ​ຢີຣີສະຖານ​ເໜືອ​ຕ້ອງ​ມອບ​ອາວຸດ ​ແລະ ອອກ​ຈາກ​ເຂດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ