ປານາມາ ມີຄວາມປາດຖະໜາຢາກຮຽນເອົາບົດຮຽນໃນການພັດທະນາຂອງ ຫວຽດນາມ
(VOVWORLD) - ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເຖິງທ່ານປະທານາທິບໍດີ, ປາດຖະໜາວ່າ ລັດຖະບານ ແລະ ປະຊາຊົນ ປານາມາ ພາຍໃຕ້ການນຳພາ ຂອງທ່ານ Laurentino Cortizo Cohen ຈະບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະເທດ ປານາມາ ອ້າຍນ້ອງຈະນັບມື້ນັບ ຈະເລີນຮຸ່ງເຮືອງ.
ທ່ານ ຫງວຽນຮ່ວາຍເຢືອງ ເອກອັກຄະລັດຖະທູດ ຫວຽດນາມ ອວຍພອນ ທ່ານ Laurentino Cortizo Cohen ປະທານາທິບໍດີ ປານາມາ (ພາບ: ສະຖານທູດ ຫວຽດນາມປະຈຳເມັກຊິກໂກ) |
ທີ່ການຕ້ອນຮັບທ່ານ ຫງວຽນຮ່ວາຍເຢືອງ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ເມັກຊິກໂກ ທັງຄວບຕຳແໜ່ງຮັບຜິດຊອບ ປານາມາ, ທູດພິເສດຂອງທ່ານປະທານປະເທດ ຫວຽດນາມເຂົ້າຢ້ຽມອວຍພອນເນື່ອງໃນໂອກາດພິທີຮັບຕຳແໜ່ງຢູ່ສູນກອງປະຊຸມ Atlapa ຢູ່ນະຄອນຫຼວງ ຂອງ Panama, ທ່ານ Laurentino Cortizo Cohen ປະທານາທິບໍດີ ປານາມາ ຄົນໃໝ່ໄດ້ສະແດງຄວາມປາດຖະໜາຢາກຮຽນເອົາບົດຮຽນໃນການພັດທະນາຂອງ ຫວຽດນາມ.
ທ່ານ ຫງວຽນຮ່ວາຍເຢືອງ ໄດ້ສົ່ງບັນດາຄຳອວຍພອນອັນດີງາມທີ່ສຸດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເຖິງທ່ານປະທານາທິບໍດີ, ປາດຖະໜາວ່າ ລັດຖະບານ ແລະ ປະຊາຊົນ ປານາມາ ພາຍໃຕ້ການນຳພາ ຂອງທ່ານ Laurentino Cortizo Cohen ຈະບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະເທດ ປານາມາ ອ້າຍນ້ອງຈະນັບມື້ນັບ ຈະເລີນຮຸ່ງເຮືອງ ແລະ ການພົວພັນມິດຕະພາບການ, ຮ່ວມມືລະຫວ່າງ ຫວຽດນາມ ແລະ ປານາມາ ຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແຮງກ່ວາອີກໃນທຸກໆຂົງເຂດ.