ປາແລດສຕິນ ຍື່ນຄຳຮ້ອງຂໍເຂົ້າຮ່ວມສານອາຍາສາກົນ ຢ່າງເປັນທາງການ
ປາແລດສຕິນ ຍື່ນຄຳຮ້ອງຂໍເຂົ້າຮ່ວມສານອາຍາສາກົນ ຢ່າງເປັນທາງການ
(ພາບປະກອບ: Reuters)
(vovworld) – ວັນທີ 02/01, ທ່ານຫົວໜ້າຄະນະນັກສັງເກດການຂອງລັດປາແລດສຕິນ ຢູ່ສະຫະປະຊາຊາດ Riyad Mansour, ໄດ້ຍື່ນຄຳຮ້ອງຂໍເຂົ້າຮ່ວມສານອາຍາສາກົນ (ICC) ຢ່າງເປັນທາງການ, ອັນໄດ້ເປີດຊ່ອງທາງໃຫ້ບັນດາມາດຕະການດ້ານກົດໝາຍຕ້ານອິດສຣາແອນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Mansour ຢືນຢັນວ່າ, ປາແລດສຕິນ ຖືນີ້ແມ່ນບາດກ້າວສຳຄັນ ເພື່ອນຳມາເຊິ່ງຄວາມຍຸຕິທຳໃຫ້ຜູ້ຖືກເສຍຊີວິດ ຍ້ອນການຢືດຄອງຂອງອິດສຣາແອນ. ຕາມລະບຽບການ, ຄຳຮ້ອງຂໍ້ຂອງປາແລດສຕິນ ຈະຖືກທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ພິຈາລະນາ ແລະ ແຈ້ງໃຫ້ບັນດາປະເທດສະມາຊິກ ICC ຮັບຊາບ. ປາແລດສຕິນ ຕ້ອງລໍຖ້າຢ່າງໜ້ອຍສຸດ 60 ວັນ ເພື່ອກາຍເປັນສະມາຊິກຂອງອົງການນີ້ຢ່າງເປັນທາງການ.
ວັນທີ 02/01, ກະຊວງການຕ່າງປະເທດອາເມລິກາ ຖະແຫຼງວ່າ, ເລື່ອງປາແລດສຕິນ ຕັດສິນໃຈເຂົ້າເປັນສະມາຊິກ ICC ຈະມີການກ່ຽວພັນສະໜິດແໜ້ນກັບບ້ວງເງິນໜູນຊ່ວຍປະຈຳປີ ເຊິ່ງວໍຊິງເຕັນ ໃຫ້ຄຳໝັ້ນສັນຍາໜູນຊ່ວຍອຳນາດການປົກຄອງນີ້. ແຕ່ວ່າ, ເຈົ້າໜ້າທີ່ກະຊວງການຕ່າງປະເທດອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ, ວໍຊິເຕັນ ຍັງສືບຕໍ່ພິຈາລະນາບັນດາບ້ວງເງິນໜູນຊ່ວຍດັ່ງກ່າວ.