ປາແລດສຕິນ ຕຳນິຕິຕຽນ ອິດສຣາແອນ ບໍ່ເຂັ້ມງວດ ໃນການເຈລະຈາສັນຕິພາບ

ປາແລດສຕິນ ຕຳນິຕິຕຽນ ອິດສຣາແອນ ບໍ່ເຂັ້ມງວດ ໃນການເຈລະຈາສັນຕິພາບ - ảnh 1
ເຂດຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ
(ພາບ: voatiengviet.com)


(vovworld) - ວັນ​ທີ 11 ສິງຫາ, ປາ​ແລດ​ສຕິນ, ​ໄດ້​ຖະ​ແຫຼ​ງ​ແຜນການ​ກໍ່ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃໝ່​ຂອງ ອິດສຣາ​​ແອນ ​ເຊິ່ງຫາ​ກໍ່​ປະກາດ​ໃນ​ວັນ​ດຽວ​ກັນ ​ໂດຍ​ຊີ້​ໃຫ້​ເຫັນ​ວ່າ ອິດສຣາ​​ແອນ ບໍ່​​ເຂັ້ມ​ງວດ​ໃນ​ການ​ເຈລະຈາ​ສັນຕິພາບ. ​ໃນ​ຖະ​ແຫຼ​ງການ​ສະບັບໜຶ່ງ, ນັກ​ເຈລະຈາ​ປາ​ແລດ​ສຕິນ Mohammed Shtayeh ຖື​ວ່າ ​ເລື່ອງ​ອິດສຣາ​ແອນ ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ການ​ປະມູນກໍ່ສ້າງເຂດຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ແລະ Jerusalem ຕາ​ເວັນ​ອອກ ​ໄດ້​ສະ​ແດງ​ໃຫ້​ເຫັນ​​ວ່າ ອິດສຣາ​ແອນ “ບໍ່​ເຂັ້ມ​ງວດ​ໃນ​ການ​ເຈລະຈາ”. ຈຸດໝາຍ​ຂອງ​ອິດສຣາ​ແອນ ​ແມ່ນ​ອະນຸມັດ​ຜ່ານ​ການ​ກໍ່ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຢ່າງໜາ​ແໜ້ນ​ນີ້ແມ່ນ​ເພື່ອ​ທຳລາຍ​ພື້ນຖານ​ມາດ​ຕະການ​ແກ້​ໄຂ​ເຊິ່ງວົງ​ຄະນະ​ຍາດ​ສາກົນ​ຮຽກຮ້ອງ, ຕາມ​ນັ້ນ​​ແລ້ວ ແມ່ນ​ສ້າງ​ຕັ້ງ​ລັດ​ປາ​ແລດ​ສຕິນ ຕາມ​ເສັ້ນ​ຂີດ​ຂັ້ນ​ສາຍ​ແດນ​ປີ 1967. ປາ​ແລດ​ສຕິນ ​ໄດ້​ຍົກ​ອອກຖະ​ແຫຼ​ງການ​ດັ່ງກ່າວ​ພາຍ​ຫຼັງ​ກະຊວງ​ເຮືອນ​ຢູ່​ອິດສຣາ​ແອນ ​ໄດ້​ຖະ​ແຫຼ​ງກະກຽມ​ການ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ​ການ​ປະມູນກໍ່ສ້າງເຮືອນຢູ່ 800 ຫຼັງຢູ່ Jerusalem ​ ​ຕາ​ເວັນ​ອອກ ແລະ ​ເຮືອນ​ຢູ່ 400 ຫຼັງ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນ, ພຽງ​ແຕ່ 3 ວັນ​ກ່ອນ​ດຳ​ເນີນ​ຮອບ​ເຈລະຈາ​ສັນຕິພາບຄັ້ງ​ໃໝ່​ກັບປາ​ແລດ​ສຕິນ.
ຂ່າວ/ບົດ​ອື່ນ