ປາແລດສຕິນຈະຮ້ອງຟ້ອງອິດສຣາແອນຂຶ້ນICC
ປາແລດສຕິນຈະຮ້ອງຟ້ອງອິດສຣາແອນຂຶ້ນ ICC
(ພາບປະກອບ: reuters.com)
(vovworld) - ບັນດາເຈົ້າໜ້າທີ່ປາແລດສຕິນ ພວມມີແຜນການຝາກໃບຮ້ອງຟ້ອງທຳອິດຂຶ້ນສານອາຍາສາກົນ (ICC) ເພື່ອແນໃສ່ດຳເນີນບັນດາລະບຽບການດຳເນີນຄະດີອາຍາ ຕ້ານອິດສຣາແອນ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ຝັ່ງຕາເວັນຕົກ, ເຈົ້າໜ້າທີ່ກະຊວງການຕ່າງປະເທດປາແລດສຕິນ Ammar Hijazi ໃຫ້ຮູ້ວ່າ, ໃບຮ້ອງຟ້ອງຈະໄດ້ຝາກເຖິງທ່ານຫົວໜ້າໄຍະການ ICC, Fatou Bensouda ໃນວັນທີ 25/06 ຈະມາເຖິງ, ເຊິ່ງສຸມໃນບັນດາການກະທຳລະເມີດກົດໝາຍສາກົນຂອງອິດສຣາແອນ. ຕາມທ່ານ Hijazi ແລ້ວ, ໃບຮ້ອງຟ້ອງພຽງມີເນື້ອໃນສັງລວມ ດ້ວຍບັນດາຕົວເລກສະຖິຕິ. ປາແລດສຕິນ ຈະຝາກບັນດາຫຼັກຖານລະອຽດ ຖ້າຫາກ ICC ຕົກລົງດຳເນີນການສືບສວນ.