ປາແລັດສະຕິນ: ຂະບວນການ Fatah ສ້າງຕັ້ງບັນດາຄະນະກຳມະການຮັບມືກັບແຜນການໂຮມເຂົ້າເຂດແດນດິນຂອງອິດສະຣາແອັນ

(VOVWORLD) -ບັນດາຄະນະກຳມະການດັ່ງກ່າວຈະເຄື່ອນໄຫວຢູ່ເທດສະບານ, ເຂດບ້ານ ແລະ ບັນດາຄ້າຍລີ້ໄພໃນທົ່ວຜືນແຜ່ນດິນປາແລັດສະຕິນ.
ປາແລັດສະຕິນ: ຂະບວນການ Fatah ສ້າງຕັ້ງບັນດາຄະນະກຳມະການຮັບມືກັບແຜນການໂຮມເຂົ້າເຂດແດນດິນຂອງອິດສະຣາແອັນ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 04 ພຶດສະພາ, ເຈົ້າໜ້າທີ່ຂັ້ນສູງຂຶ້ນກັບຂະບວນການ Fatah ຂອງທ່ານປະທານາທິບໍດີປາແລັດສະຕິນ Mahmoud Abbas ທ່ານໜຶ່ງໄດ້ຖະແຫຼງວ່າ, Fatah ໄດ້ສ້າງຕັ້ງບັນດາຄະນະກຳມະການເພື່ອຮັບມືກັບແຜນການຂອງ ອິດສະຣາແອັນ ກ່ຽວກັບການໂຮມບັນດາເຂດດິນແດນຂອງປາແລັດສະຕິນ.

        ກ່າວຄຳເຫັນຢູ່ທີ່ວິທະຍຸກະຈາຍສຽງປາແລັດສະຕິນ, ທ່ານ Jamal Muheisen, ສະມາຊິກຂອງຄະນະກຳມະການສູນກາງ Fatah, ໃຫ້ຮູ້ວ່າ ບັນດາຄະນະກຳມະການດັ່ງກ່າວຈະເຄື່ອນໄຫວຢູ່ເທດສະບານ, ເຂດບ້ານ ແລະ ບັນດາຄ້າຍລີ້ໄພໃນທົ່ວຜືນແຜ່ນດິນປາແລັດສະຕິນ. ໜ້າທີ່ຂອງບັນດາຄະນະກຳມະການດັ່ງກ່າວແມ່ນຈະອີງໃສ່ບັນດາການເຄື່ອນໄຫວຢ່າງກວ້າງຂວາງກວ່າ ເພື່ອແນໃສ່ຕ້ານຄືນແຜນການໂຮມເຂົ້າເຂດແດນດິນ, ກໍຄືປົກປ້ອງບັນດາເຂດແດນດິນທີ່ນອນໃນແຜນການຂອງອິດສະຣາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ