ປາແລດສະຕິນຢຸດຕິຄວາມມານະພະຍາຍາມ ເຂົ້າເປັນສະມາຊິກບັນດາ ອົງການຂອງ ສປຊ ໂດຍຊົ່ວຄາວ

ປາແລດສະຕິນຢຸດຕິຄວາມມານະພະຍາຍາມ ເຂົ້າເປັນສະມາຊິກບັນດາ ອົງການຂອງ ສປຊ ໂດຍຊົ່ວຄາວ - ảnh 1
(vovworld)- ​ໃນ​ການ​ກະທຳ​ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ດີ, ວັນ​ທີ 7/4, ກະຊວງ​ການ​ຕ່າງປະ​ເທດ​ປາ​ແລກ​ສະຕິ​ນ ປະກາດ​ວ່າ: ການ​ນຳ​ປະ​ເທດ​ນີ້ ​ໄດ້​ຕົກລົງຢຸດຕິ​ຄວາມ​ມານະ​ພະຍາຍາມ​ຂໍເຂົ້າ​ເປັນ​ສະມາຊິກ​ບັນດາ​ອົງການ​ຂອງ ສປຊ ​​​ໃນ​ເວລາ 2 ​ເດືອນ​ເພື່ອ​ສ້າງ​ເງື່ອ​ນໄຂ​ໃຫ້​ອາ​ເມ​ລິ​ກາ ​ໃນ​ການ​ຟື້ນ​ຟູ​ການ​ເຈລະຈາ​ຄັ້ງຕ່າງໆ​ກັບ​ອິດສະຣາ​ແອນ, ຊຸກຍູ້​ວິວັດ​ທະນາການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ. ກ່າວ​ຄຳ​ເຫັນ​​ໃນທາງວິທະຍຸ​ກະຈາຍສຽງ​ປະຊາຊົນ​ປາ​ແລດ​ສະຕິ​ນ, ທ່ານ​ລັດຖະທະ​ມົນຕີ​ການ​ຕ່າງປະ​ເທດ Riad Al Maliki ຊີ້​ແຈ້ງວ່າ: ທ່ານ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ໄດ້​ສະ​ເໜີ​​ໃຫ້​ສະຫງວນ​ເວລາ 2​ ເດືອນ​​ເພື່ອຊຸກຍູ້​ວິວັດ​ທະນາການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ ​ແລະ ປາ​ແລດ​ສະຕິ​ນ​ ໄດ້​ຕົກລົງ. ​ແຕ່​ຖ້າ​ຫາກ​ວ່າ​ທ່ານ​ John Kerry  ຖືກ​ປະລາ​ໄຊ, ປາ​ແລດ​ສະຕິ​ນ ຈະ​ເປີດ​ສາກ​ຄວາມ​ມານະ​ພະຍາຍາມ​ຄືນ​ໃໝ່ ​ເພື່ອ​ແນ​ໃສ່​ບັນລຸ​ຈຸດໝາຍ​ເຂົ້າ​ເປັນ​ສະມາຊິກ​ບັນດາ​ອົງການ​ສາກົນ​ໃຫ້​ໄດ້.

ຂ່າວ/ບົດ​ອື່ນ