ປາແລັດສະຕິນຢາກສົມທົບກັບປະຊາຄົມໂລກຢຸດຕິການປະທະກັນກັບອິດສະລາແອນ
(ພາບປະກອບ)
(vovworld) - ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ໃຫ້ຮູ້ວ່າ: ວົງການເຈົ້າໜ້າທີ່ ປາແລັດສະຕິນ ພວມສົມທົບກັບປະຊາຄົມໂລກ ເພື່ອຈັດຕັ້ງກອງປະຊຸມສັນຕິພາບສາກົນ ແນໃສ່ຊອກຫາວິທີການແກ້ໄຂແບບ 5 + 1 ແລະ ຢຸດຕິການປະທະກັນກັບ ອິດສະລາແອນ. ວັນທີ 21/02, ສຳນັກຂ່າວສານທາງການ ປາແລັດສະຕິນ ຄັດຄຳເວົ້າຂອງໂຄສົກ ປະທານາທິບໍດິ ປາແລັດສະຕິນ ທ່ານ Nabil Abu Rudeinah ໃຫ້ຮູ້ວ່າ: ໃນການພົບປະລະຫວ່າງທ່ານປະທານາທິບໍດີ Abbas ກັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry 2 ຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງ ແລະ ລະອຽດກ່ຽວກັບບັນດາການຜັນແປໃໝ່ສຸດທີ່ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ອິດສະລາແອນ ແລະ ປາແລັດສະຕິນ. ທ່ານປະທານາທິບໍດີ Mahmoud Abbas ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງວົງການການນຳ ປາແລັດສະຕິນໃນການສຳຜັດກັບສະພາຄວາມໝັ້ນຄົງ ເພື່ອກ່າວປະນາມເລື່ອງເປີດກ້ວາງບັນດາເຂດຕັ້ງຖິ່ນຖານຄົງທີ່ຊາວ ຢິວ ແລະ ຢຸດຕິເລື່ອງດັ່ງກ່າວ. ສ່ວນທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ John Kerry ໃຫ້ຮູ້ວ່າ: ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ຈະສືບຕໍ່ຊຸກຍູ້ບັນດາຄວາມມານະພະຍາຍາມ ເພື່ອຮັກສາມາດຕະການແກ້ໄຂໂດຍຄົງຕົວ 2 ປະເທດ ເພື່ອບັນລຸສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ.