ປາແລດສະຕີນເລີ່ມຂົນຂວາຍຮັບຮອງທີ່ຕັ້ງບົດບາດຂອງລັດ

ປາແລດສະຕີນເລີ່ມຂົນຂວາຍຮັບຮອງທີ່ຕັ້ງບົດບາດຂອງລັດ - ảnh 1
ປະຊາຊົນ ປາແລດສະຕີນ ດີໃຈພາຍຫຼັງ ສະມັດຊາໃຫຍ່ ສປຊ ຮັບຮອງເອົາກົດລະບຽບແຫ່ງລັດສັງເກດການໃຫ້ ປາແລດສະຕີນ
(ພາບ: AFP)

(vovworld) – ວັນ​ທີ 15/9, ຄະນະ​ປະຕິບັດ​ງານ ປາ​ແລດ​ສະຕີ​ນ ຢູ່ ສປຊ ​ໄດ້​ເລີ່​ມເຈລະຈາ​ກັບ​ບັນດາ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ, ກ່ອນ​​ທີ່​ຍື່ນ​ມະຕິຮຽກຮ້ອງ​ຮັບຮອງ​ເປັນ​ລັດ ປະ​​ແລດ​ສະຕີ​ນ ​ໃນບັນດາ​​ເສັ້ນຊາຍ​ແດນ ປີ 1967 ​ແລະ ກຳນົດ​ເວລາ​ຢ່າງລະອຽດ​ເພື່ອ​ໃຫ້ ອິ​ດສະຣາ​ແອນ ຢຸດຕິ​ການ​ຢຶດຄອງ​. ຄາດ​ວ່າ, ​ໃນ​ການ​ຢ້ຽມຢາມ ນິວຢອກ ​ໃນ​ວັນ​ທີ 22/9 ຈະ​ມາ​ເຖິງ, ທ່ານ​ປະທານາທິບໍດີ ປາ​ແລດສະຕີ​ນ Mahmoud Abbas ຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່ ສປຊ ​ແລະ ຍື່ນ​ສ​ະ​ເໜີ​ຮ່າງ​ມະຕິ​ທີ່​ໄດ້​ຮັບ​ການສະໜັບສະ​ໜູນ​ຈາກ ສະຫະພັນ ອາຣັບ ​ຂຶ້ນຕໍ່​ສະພາ​ຄວາມ​ໝັ້ນຄົງ ສປຊ. ​ໃນ​ການ​ກະທຳ​ທຳ​ອິດ​ເພື່ອ​ແນ​ໃສ່​​ເຕົ້າ​ໂຮມ​ການ​ສະໜັບສະໜູນ​ຂອງ​ບັນດາ​ປະ​ເທດ ​ເອີ​ລົບ ທີ່​ມີ​ຕໍ່​ຂໍ້​ລິ​ເລີ່​ມການ​ທູດ​ຂອງ ປາ​ແລດ​ສະຕີ​ນ, ທ່ານ Abbas ມີ​ແຜນການ​ສະ​ເໜີ​ຕໍ່​ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ຮັບ​ຮອງ ປາ​ແລດ​ສະຕີ​ນ ຢ່າງ​ເປັນ​ທາງ​ການທີ່ການ​ພົບ​ປະ​​​ກັນໃນ​ອາທິ​ດໜ້າ​ຢູ່ ປາຣີ. ​ໃນ​ກໍ​ລະ​ນີມະ​ຕິດັ່ງກ່າວ​ບໍ່​​ໄດ້​ຮັບການ​ສະໜັບສະໜູນ​ຈາກ​ບັນ​ດາ​ປະ​ເທດ​ສະມາຊິກ ສະພາ​ຄວາມ​ໝັ້ນຄົງ ສປຊ ສ່ວນ​ຫຼາຍ ຫຼື ຖືກ ອາ​ເມ​ລິ​ກາ ຄັດຄ້ານ, ປາ​ແລດ​ສະຕີ​ນ ຈະ​ເຂົ້າ​ຮ່ວມ​ບັນດາ​ອົງການ​ສາກົນ​ອື່ນຕື່ມ​ອີກ, ​ໃນ​ນັ້ນ​ມີ​ສານ​ອາຍາ​ສາ​ກົນ (ICC).


ຂ່າວ/ບົດ​ອື່ນ