ປ່ຽນໃຫມ່ການ ເຄື່ອນໄຫວງານ ຕະຫລາດ ນັດສິນຄ້າ ຫວຽດນາມ ມີຄຸນນະພາບສູງ

ປ່ຽນໃຫມ່ການ ເຄື່ອນໄຫວງານ ຕະຫລາດ ນັດສິນຄ້າ ຫວຽດນາມ ມີຄຸນນະພາບສູງ - ảnh 1
ງານຕະຫລາດນັດສິນຄ້າຫວຽດນາມ ຢູ່ ກຳປູເຈຍ
ພາບປະກອບ (ຈາກ internet)

(vovworld) - ປີ 2012 ການ​ເຄື່ອນ​ໄຫວ​ຂອງ​ງານ​ຕະຫລາດນັດ​ສິນຄ້າ ຂອງ​ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ ຈະ​ມີ​ການ​ປ່ຽນ​ໃຫມ່ ​ເພື່ອ​ນຳ​ມາ​ຊຶ່ງ​ມູນ​ຄ່າ​ເພີ່ມ​ທີ່​ມີ​ຄວາມໝາຍ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະກິດ. ງານ​ຕະຫລາດນັດ ຈະ​ຫັນ​ເປັນ 3 ຮູບ​ການ​ນັ້ນ​ແມ່ນ ງານ​ຕະຫລາດນັດ​ສິນຄ້າ​ຫວຽດນາມ​ທີ່​ມີ​ຄຸນ​ນະພາ​ບສູງ, ງານ​ຕະຫລາດນັດ​ສະ​ເພາະ​​ຂະແຫນງ ​ແລະ ງານ​ຕະຫລາດນັດ​ສິນຄ້າ ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ ຈັດ​ຂຶ້ນ​ຢູ່​ເຂດ​ໃກ້​ຄຽງ​ປະ​ເທດ ກຳປູ​ເຈຍ, ມ້ຽນ​ມາ, ຈີນ. ທີ່​ງານ​ຕະຫລາດນັດ​ແຕ່​ລະ​ຄັ້ງ, ຄຽງ​ຂ້າງ​ຂາຍ​ສິນຄ້າ, ​ແນະນຳ​ຜະລິດ​ຕະພັນ​ແລ້ວ, ຄະນະ​ຈັດ​ຕັ້ງ​ຈະ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ ຊອກ​ຮູ້​ຕະຫລາດ, ​ເພີ່ມ​ທະວີ​ການ​ໂຄສະນາ, ຍົກ​ສູງ​ພາບ​ພົດ ​ແລະ ​ເປີດ​ກວ້າງ​ບັນດາ​ການ​ເຊື່ອມ​ຕໍ່, ສະຫນອງ​ຂໍ້​ມູນ​ຂ່າວການ​ຕະຫລາດຂອງ​ທ້ອງ​ຖິ່ນທີ່​ຈະ​ຈັດ​ງານ​ຕະຫລາດນັດ, ​ເພີ່ມ​ທະວີ​ວຽກ​ງານ​​ໂຄສະນາ​ໃຫ້​ແກ່​ງານ​ຕະຫລາດນັດ ​ແລະ ​ໃຫ້​ແກ່​ວິ​ສາ​ຫະກິດ​ຢູ່​ທ້ອງ​ຖິ່ນ​ຈັດ​ຕັ້ງ​ງານ​ຕະຫລາດນັດ, ​ເຊື່ອມ​ຕໍ່​ໂດຍ​ກົງ​ກັບ​ວິ​ສາ​ຫະກິດ, ກັບ​ຕະຫລາດ​​ເມືອ​ງ, ​ເຄືອ​ຂ່າຍ​ຕົວ​ແທນ​ຈຳ​ຫນ່າຍ​ຢູ່​ທ້ອງ​ຖິ່ນ, ອົບຮົມ​ວຽກ​ງານ​ຂາຍ​ຍ່ອຍ​ສິນຄ້າ ​ແລະ​ອື່ນໆ.

ງານ​ຕະຫລາດນັດ​ສິນຄ້າ​ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງ ປີ 2012 ຈະ​ຈັດ​ຂຶ້ນ​ຢູ່ 6 ​ແຂວງ ນະຄອນ​ທີ່​ຂຶ້ນ​ກັບ​ບັນດາ​​ເຂດ​ຄື: ທ່ົງພຽງ​ແມ່​ນ້ຳຂອງລວມມີ: ​ແຂວງ ອານ​ຢາງ, ​ເບ​ນ​ແຈ, ທາງ​ທິດຕາ​ເວັນ​ອອກ​ພາກໃຕ້​: ນະຄອນ ​ໂຮ່ຈິ​ມີນ, ດົ່ງ​ນາຍ, ຕອນ​ກາງຂອງ​ພາກ​ກາງ​ຫວຽດນາມ ລວມມີ ​ແຂວງ​ບີ່​ນດີ້ນ, ດັກ​ລັກ. ງານ​ຕະຫລາດນັດ​ສິນຄ້າ​ຫວຽດນາມ​ຈັດ​ຂຶ້ນ​​ເປັນ​ຄັ້ງ​ທຳ​ອິດ ຂອງ​ປີ 2012 ​ແມ່ນ​ຕະຫລາດນັດ ອານ​ຢາງ ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ ລອງ​ຊວຽນ ​ແຕ່​ວັນ​ທີ 6 ​ເຖິງ 11/3/2012.

ຂ່າວ/ບົດ​ອື່ນ