ປ່ຽນໃໝ່ການເຄື່ອນໄຫວຂອງສະຫະພັນແມ່ຍິງທຸກຂັ້ນຢ່າງບໍ່ຢຸດຢັ້ງ

ປ່ຽນໃໝ່ການເຄື່ອນໄຫວຂອງສະຫະພັນແມ່ຍິງທຸກຂັ້ນຢ່າງບໍ່ຢຸດຢັ້ງ - ảnh 1
ທ່ານ​ນາຍົກລັດຖະມົນຕີ  ຫງວຽນຊວນ​ຟຸກ ​ເຮັດ​ວຽກ​
ກັບ​ຄະນະ​ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ຂອງສະຫະພັນ​ແມ່ຍິງ​ທຸກ​ຂັ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ນັ້ນ​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນ​ຟຸກ ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ປະທານ​ສະຫະພັນ​ແມ່ຍິງ ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 09/07, ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ສົມທົບ​ກັນ​ລະຫວ່າງ​ສະຫະພັນ​ແມ່ຍິງ ​ແລະ ລັດຖະບານ, ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ອົງການ​ການ​ເມືອງ - ສັງຄົມສຳຄັນ​ນີ້​ກ່ວາ​ອີກ​ ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະ​ນາ​ເສດຖະກິດ - ສັງຄົມ, ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຊີ້​ແຈ້ງວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​, ສະຫະພັນ​ແມ່ຍິງ ຫວຽດນາມ ຄວນ​ຍູ້​ແຮງ​ການ​ປະຕິບັດ​ໂຄງການ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ຍົກ​ສູງ​ອັດຕາ​ພະນັກ​ງານ​ຍິງ​ໃນ​ບັນດາ​ອົງການປົກຄອງທຸກ​ຂັ້ນ, ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ; ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ​ສືບ​ຕໍ່​ຫັນ​ວິທີ​ການ, ຮູບ​ການ​ເຄື່ອນ​ໄຫວ​ເປັນ​ຫລາຍ​ຮູບ​ຫລາຍ​​ແບບ​ກ່ວາ​ອີກ. ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງວ່າ: ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ເອົາ​ໃຈ​ໃສ່​ເປັນ​ປະຈຳ, ສ້າງ​ເງື່​ອນ​ໄຂ​ໃຫ້​ແກ່ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ, ​ເອົາ​ໃຈ​ໃສ່​ຫລາຍ​ກ່ວາ​ອີກ​ເຖິງ​ການ​ເບິ່ງ​ແຍງດູ​ແລ, ໜູນ​ຊ່ວຍ​ແມ່ຍິງ​ທຸກ​ຍາກ, ​ແມ່ຍິງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ບືນ​ຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່. ກ່ຽວ​ກັບ​ເລື່ອງ​ສົມທົບ​ກັນ​ລະຫວ່າງ​ສະຫະພັນ​​ແມ່ຍິງ ຫວຽດນາມ ກັບ ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກວ່າ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໂຄສະນາ​ເຜີຍ​ແຜ່​​ເຖິງ​ແມ່ຍິງ​ໃນ​ທົ່ວ​ປະ​ເທດ ​ແຜນ​ນະ​ໂຍບາຍ, ​ແນວທາງຂອງ​ພັກ, ກົດໝາຍ​ຂອງ​ລັດ, ປຸກລະ​ດົມ, ໜູນ​ຊ່ວຍ​ເອື້ອຍ​ນ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ພັດທະນາ​ເສດຖະກິດ - ສັງຄົມ ສ້າງ​ຄວາມ​ຮັ່ງມີ​ໃຫ້​ຄອບຄົວ ​ແລະ ສັງຄົມ.

 

ຂ່າວ/ບົດ​ອື່ນ