ປ່ຽນໃໝ່ການເຄື່ອນໄຫວຂອງສານປະຊາຊົນຕາມຄຳຮຽກຮ້ອງປະຕິຮູບ ດ້ານຍຸຕິທຳ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 27/05, ຢູ່ຮ່າໂນ້ຍ, ຄະນະວຽກງານການເມືອງພາຍໃນສູນກາງ ໄດ້ສົມທົບກັບໂຄງການພັດທະນາສະຫະປະຊາຊາດ ຈັດກອງປະຊຸມສຳມະນາກ່ຽວກັບການປ່ຽນໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສານປະຊາຊົນຕາມຄຳຮຽກຮ້ອງປະຕິຮູບດ້ານຍຸຕິທຳ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຖືວ່າ: ໃນໄລຍະ 8 ປີແຫ່ງການປະຕິບັດການປະຕິຮູບດ້ານຍຸຕິທຳ (2005 - 2013), ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສານ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນເທື່ອລະກ້າວ, ຜ່ານນັ້ນ ໄດ້ຢັ້ງຢືນທີ່ຕັ້ງ, ບົດບາດຂອງສານແຈ້ງກວ່າ. ແຕ່ວ່າ, ໃນໄລຍະຈະມາເຖິງ, ສານປະຊາຊົນຢູ່ຫວຽດນາມ ຄວນຍົກສູງຄຸນນະພາບການຈັດຕັ້ງ, ວິທີການເຄື່ອນໄຫວເພື່ອເໝາະສົມກັບພາລະບົດບາດປົກປ້ອງຄວາມຍຸຕິທຳ. ທ່ານປະລິຍາເອກ ຟ້າມກຸຍຕິ້, ອະດີດຮອງລັດຖະມົນຕີກະຊວງຍຸຕິທຳ ຖືວ່າ.
“ຕ້ອງປ່ຽນແປງກ່ຽວກັບສະພາຄັດເລືອກຜູ້ພິພາກສາ, ແຕ່ງຕັ້ງ, ພົ້ນຕຳແໜ່ງ, ປົດຕຳແໜ່ງຜູ້ພິພາກສາ, ມີຄຳເຫັນສະເໜີພິຈາລະນາສ້າງຕັ້ງສະພາຍຸຕິທຳແຫ່ງຊາດ, ແຕ່ຕາມພວກຂ້າພະເຈົ້າ, ແລ່ວຄວນປ່ຽນແປງສະພາແຕ່ງຕັ້ງ, ຄັດເລືອກ, ພົ້ນຕຳແໜ່ງ. ຄວນເອົາໃຈໃສ່, ແກ້ໄຂການບຳລຸງສ້າງຜູ້ພິພາກສາຕາມທິດສອບເສັງຜູ້ພິພາກສາ. ລະບອບພິເສດສຳລັບຜູ້ພິພາກສາ ຄວນປ່ຽນແປງໃຫ້ເໝາະສົມ. ປະກາດໃຊ້ບັນດາຂໍ້ກຳນົດຄຸນສົມບັດຂອງຜູ້ພິພາກສາເພື່ອໃຫ້ບັນດາອົງການຈັດຕັ້ງ, ປະຊາຊົນມີພື້ນຖານລະອຽດເພື່ອຕິດຕາມກວດກາການເຄື່ອນໄຫວຂອງຜູ້ພິພາກສາ”.