ປ່ຽນໃໝ່ການເຄື່ອນໄຫວແນວໂຮມປະເທດຊາດຫວຽດນາມຂັ້ນເມືອງ

ປ່ຽນໃໝ່ການເຄື່ອນໄຫວແນວໂຮມປະເທດຊາດຫວຽດນາມຂັ້ນເມືອງ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ
​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້​ຽນ​ເຍີນ
(ພາບ​: daidoanket.vn)

(vovworld) - ວັນ​ທີ 14/04, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ “ປ່ຽນ​ໃໝ່​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ສະ​ເພາະ​ກິດ​ຄະ​ນະ​ກຳ​ມະ​ກາ​ນ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​​ຈັດ​ຕັ້ງການ​ເມືອງ - ສັງ​ຄົມ​ຢ​ູ່​ຂັ້ນ​ເມືອງ​ໃນ​ໄລ​ຍະ​ປະ​ຈຸ​ບັນ”. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້​ຽນ​ເຍີນ, ຜູ້​ຕາງ​ໜ້າ​ການ​ນຳ​ບັນ​ດາ​ອົງ​ການ​ຈັດ​ຕັ້ງການ​ເມືອງ, ສັງ​ຄົມ, ຜູ້​ຕາງ​ໜ້າ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກວ່າ 20 ບ້ານ​, ເມືອງ, ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຢືນ​ຢັນ​ວ່າ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ​ຕ້ອງເພ​ີ່​ມ​ກຳ​ລັງ​ແຮງ​ຂອງ​ອົງ​ການ​ຈັດ​ຕັ້ງ, ​ການເຄື່ອນ​ໄຫວ​ຂອງ​ແນ​ວ​ໂຮມ​ປະ​ເທດ​ຊາດ ​ໂດຍຜ່ານ​ການ​ເສີມ​ຂະ​ຫຍາຍ​ບົດ​ບ​າດ​​ການເຈ​ລະ​ຈາ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ ແຕ່​ຍັງ​​ຄົງຮັກ​ສາ​ລັກ​ສະ​ນະ​ເປັນເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ​ຂອງ​ແຕ່​ລະ​ອົງ​ການ​ຈັດ​ຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ