ປ່ຽນໃໝ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາບໍລິສັດກະສິກຳ,ປ່າໄມ້

(VOVWORLD) -  ຕອນເຊົ້າວັນທີ 28 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານ ເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ ໄດ້ເປັນປະທານກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີເນັດ ສະຫລຸບສະພາບການຈັດສັນ, ປ່ຽນໃໝ່ ແລະ ພັດທະນາຍົກສູງປະສິດທິຜົນການເຄື່ອນໄຫວຂອງບໍລິສັດກະສິກຳ, ປ່າໄມ້ໄລຍະ 2015 – 2017.
ປ່ຽນໃໝ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາບໍລິສັດກະສິກຳ,ປ່າໄມ້ - ảnh 1 ພາບປະກອບ

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຢືນຢັນວ່າ: ບັນດາບໍລິສັດກະສິກຳ, ປ່າໄມ້ ແມ່ນພາກສ່ວນໜຶ່ງຂອງລັດວິສາຫະກິດ, ໃນຂະນະທີ່ພວກເຮົາພວມດຳເນີນການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ແລະ ຖືນີ້ແມ່ນການເຄື່ອນໄຫວຈຸດສຸມຂອງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ການຈັດສັນນີ້ກ່ຽວຂ້ອງເຖິງການຫາລ້ຽງຊີບ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັບລ້ານຄົນ, ກ່ຽວຂ້ອງໂດຍກົງເຖິງບັນຫາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ຂອງບັນດາທ້ອງຖິ່ນມີບັນດາບໍລິສັດກະສິກຳ, ປ່າໄມ້. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຕ້ອງແກ້ໄຂສິ່ງຄົງຄ້າງ, ສິ່ງຈຳກັດ, ເພື່ອແນໃສ່ປະຕິບັດສຳເລັດວິວັດການຫັນບັນດາບໍລິສັດກະສິກຳ, ປ່າໄມ້ ເປັນຫຸ້ນສ່ວນຖືກຕາມຄວາມຄືບໜ້າຂອງນາຍົກລັດຖະມົນຕີໄດ້ອະນຸມັດຜ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ