ປ່ຽນໃໝ່ຜະລິດຕະພັນ - ກູນແຈໃຫ້ແກ່ອະນາຄົດທີ່ໝັ້ນຄົງ

ປ່ຽນໃໝ່ຜະລິດຕະພັນ - ກູນແຈໃຫ້ແກ່ອະນາຄົດທີ່ໝັ້ນຄົງ - ảnh 1
ກອງ​ປະ​ຊູ​ມສຳ​ມະ​ນາດຳ​ເນີນ​ໃນ​ຕອນ​ເຊົ້າວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ
(ພາບ: http://vov.vn)


(vovworld) - ນັ້ນ​ແມ່ນ​ເນື້ອ​ໃນ​ຂອງ​ກອງ​ປະ​ຊູ​ມສຳ​ມະ​ນາດຳ​ເນີນ​ໃນ​ຕອນ​ເຊົ້າວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ. ກອງ​ປະ​ຊູ​ມສຳ​ມະ​ນາຂຶ້ນກັບ​ໂຄງການ “ປ່ຽນ​ໃໝ່ຜະ​ລິດ​ຕະພັນຕາມ​ທິດໝັ້ນຄົງ “ ​ໂດຍ​ສູນ​ຜະລິດ​ສະອາດ​ກວ່າຂອງ ຫວຽດນາມ​ ສົມທົບກັບ​ສະຫະພາບ​ເອີຣົບ ຈັດຕັ້ງ ​ແລະ ຜັນ​ຂະຫຍາຍ​ຢູ່​ 3 ປະ​ເທດ​ຄື ຫວຽດນາມ, ລາວ, ກຳປູ​ເຈຍ. ນັບແຕ່​ປີ 2010, ​ໂຄງການ​ໄດ້​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເພິ່ມ​ເຕີມ​​ແບບວິທີ​ດຳ​ເນິນທຸລະ​ກິດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງ ​ແລະ ຄວາມ​ຮັບ​ຜິດ​ຊອບ​ສັງຄົມ​ຂອງ​ວິ​ສາ​ຫະກິດ​ກໍ່ຄື ຄວາມ​ສະໜິດສະໜົມຂອງ​ສິງແວດ​ລ້ອມ. ທ່ານ ​ເຈິ່ນ​ວັນ​ເຍິນ, ຜູ້ອຳນວຍການສູນ​ຜະລິດ​ສະອາດ​ກວ່າ ຫວຽດນາມ ​ໃຫ້​ຮູ້​ວ່າ:

      “ ນີ້​ແມ່ນ​​ໂຄງການ​ທຳ​ອິດ​ກ່ຽວກັບ​ການ​ປ່ຽນ​ໃໝ່ຜະ​ລິດ​ຕະພັນຕາມ​ທິດໝັ້ນຄົງ​ຢູ່ ຫວຽດນາມ, ລາວ, ກຳປູ​ເຈຍ. ​ໂຄງການ​ວາງເປົ້າໝາຍຍົກ​ສູງ​ຜົນກຳ​ໄລ​ໃຫ້​ແກ່​ນັກຜະລິດ ​ແລະ ຄຸນ​ຄ່າ​ເພິ່ມ​ເຕີມ​ໃຫ້​ແກ່​ປະຊາ​ຄົມ, ຍົກ​ປະສິດທິຜົໃນການ​ນຳ​ໃຊ້​ພະລັງງານ ​ແລະ ວັດຖຸ​ດິບ ​ ໃນ​ວິວັດການ​ຜະລິດ​ເພື່ອລຸດຜ່ອນ​ການ​ປອຍ​ສິ່ງ​ອາຍ​ພິດ​ກໍ່ມົນ​ລະ​ພິດສິ່ງແວດ​ລ້ອມ.“

   ​ໃນ​ໄລຍະ​ຈະ​ມາ​ເຖິງ, ໂຄງການ “ປ່ຽນ​ໃໝ່ຜະ​ລິດ​ຕະພັນຕາມ​ທິດໝັ້ນຄົງ “ ສຶບຕໍ່ໜູນຊ່ວຍໃຫ້ວິ​ສາ​ຫະກິດ 500 ​ແຫ່ງຜະລິດ​ບັນດາຜະ​ລິດ​ຕະພັນຕາມ​ທິດໝັ້ນຄົງ ​ແລະ ກ້າວໜ້າ​ເພື່ອສະໜອງ​ໃຫ້​ຕະຫຼາດ​ພາຍ​ໃນປະ​ເທດ, ພາກພື້ນ ​ແລະ ບັນດາ​ປະ​ເທດ ​ເອີຣົບ.

 

 

ຂ່າວ/ບົດ​ອື່ນ