ປີໃໝ່ປີຂານ ຢູ່ ອາຊີ: ບໍ່ມີບັ້ງໄຟດອກແຕ່ເຕັມໄປດ້ວຍຄວາມຫວັງ

(VOVWORLD) -ບັນດາຍາກາດທີ່ອົບອຸ່ນ, ເບີກບ່ານມ່ວນຊື່ນ ແລະ ອຶກກະທຶກຄຶກໂຄມກໍ່ເຕັມໄປດ້ວຍຢູ່ເຂດໃຈກາງຂອງຖະໜົນສາຍຕ່າງໆຢູ່ ສິງກະໂປ.
ປີໃໝ່ປີຂານ ຢູ່ ອາຊີ: ບໍ່ມີບັ້ງໄຟດອກແຕ່ເຕັມໄປດ້ວຍຄວາມຫວັງ - ảnh 1ຢູ່ຫາຍປະເທດລ້ວນແຕ່ມີຮີດຄອງປະເພນີຕ້ອນຮັບບຸນເຕັດຕາມຈັນທະປະຕິທິນ
(ພາບ: AFP/ TTXVN)

ກໍ່ຄ້າຍຄືກັບ ຫວຽດນາມ, ຫຼາຍປະເທດຄື ຈີນ, ສິງກະໂປ, ອິນໂດຍເນເຊຍ, ໄທ ຫຼື ສ.ເກົາຫຼີ ລ້ວນແຕ່ມີຮີດຄອງປະເພນີຕ້ອນຮັບບຸນເຕັດຕາມຈັນທະປະຕິທິນ. ເຖິງວ່າບັນຍາອາດແມ່ນສ່ວນໃດສ່ວນໜຶ່ງທີ່ມິດງຽບກວ່າຍ້ອນໂລກລະບາດໂຄວິດ-19, ແຕ່ນັບລ້ານຄອບຄົວໃນທົ່ວໂລກຍັງ ໄດ້ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ພ້ອມກັບຄອບຄົວ ແລະ ຍາດຕິພີ່ນ້ອງ, ດ້ວຍຄວາມຫວັງ ປີໃໝ່ຈົ່ງມີຄວາມສະຫງົບສຸກ ແລະ ບືນຕົວຂຶ້ນຢ່າງແຮງ.

ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19 ແລະ ບັນດາຂໍ້ກຳນົດຂອງລັດຖະບານ, ປະຊາຊົນຫຼາຍຄົນຢູ່ ຈີນ ໄດ້ເລືອກເອົາການເຕົ້າໂຮມພ້ອມກັບຄອບຄົວ, ພ້ອມກັນຮັບຊົມລາຍການສະແດງສິລະປະ “ງານບູນລະດູບານໃໝ່” ທີ່ເປັນມູນເຊື້ອທາງໂທລະພາບ ແລະ ຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່.

ບັນດາຍາກາດທີ່ອົບອຸ່ນ, ເບີກບ່ານມ່ວນຊື່ນ ແລະ ອຶກກະທຶກຄຶກໂຄມກໍ່ເຕັມໄປດ້ວຍຢູ່ເຂດໃຈກາງຂອງຖະໜົນສາຍຕ່າງໆຢູ່ ສິງກະໂປ. ຖະໜົນທຸກສາຍ, ເຂດຊຸມຊົນຢູ່ທີ່ນີ້ໄດ້ຮັບການປະດັບປະດາຮຸ່ງຢ່າງສວຍງາມທີ່ສຸດ, ພ້ອມກັບການເຄື່ອນໄຫວວັດທະນະທຳຫຼາຍຢ່າງ, ຊ່ວຍໃຫ້ປະຊາຊົນຮູ້ສຶກເບີກບານໃຈ ແລະ ເຂົ້າໃກ້ກັນກວ່າ, ສາມັກຄີກັນກວ່າ ເພື່ອຜ່ານຜ່າຊຸມເດືອນທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ