ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປະກາດຫາຍດີເປັນປົກກະຕິຕື່ມອີກ10 ຄົນ

(VOVWORLD) - ໄລ່ມາຮອດຈຸດເວລານີ້, ຢູ່ ຫວຽດນາມ ມີ 85 ຄົນຕິດເຊື້ອໂຄວິດ 19 ໄດ້ຮັບການປະກາດຫາຍດີເປັນປົກກະຕິ.
ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປະກາດຫາຍດີເປັນປົກກະຕິຕື່ມອີກ10 ຄົນ - ảnh 1 ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປະກາດຫາຍດີເປັນປົກກະຕິຕື່ມອີກ10 ຄົນ

ຕາມຂໍ້ມູນຂ່າວຈາກອະນຸກຳມະການປິ່ນປົວ, ຂຶ້ນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19, ວັນທີ 03 ເມສາ 2020, ທົ່ວປະເທດມີຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປະກາດຫາຍດີເປັນປົກກະຕິຕື່ມອີກ 10 ຄົນ. ໃນນັ້ນ 7 ຄົນໄດ້ປິ່ນປົວຢູ່ໂຮງໝໍທົ່ວໄປຂອງແຂວງ ບີ່ງທ້ວນ ແລະ 3 ຄົນແມ່ນປິ່ນປົວຢູ່ໂຮງໝໍປິ່ນປົວໂຄວິດ-19 ເກິ່ນເຢີ່.

     ດັ່ງນັ້ນ, ໄລ່ມາຮອດຈຸດເວລານີ້, ຢູ່ ຫວຽດນາມ ມີ 85 ຄົນຕິດເຊື້ອໂຄວິດ 19 ໄດ້ຮັບການປະກາດຫາຍດີເປັນປົກກະຕິ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ