ຜູ້ຕາງໜ້າ ສ.ເກົາຫຼີ - ອາເມລິກາ ໂຮມກອງປະຊຸມດ່ວນກ່ຽວກັບການຜັນແປໃໝ່ຢູ່ແຫຼມເກົາຫຼີ
(VOVWORLD) -ວັນທີ 5 ມິຖຸນາ, ຜູ້ຕາງໜ້າດ້ານນິວເຄຼຍແຖວໜ້າຂອງ ສ.ເກົາຫຼີ ແລະ ອາເມລິກາໄດ້ດຳເນີນກອງປະຊຸມດ່ວນຢູ່ ນະຄອນຫຼວງ Seoul, ພາຍຫຼັງ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີຫຼາຍລູກ ອອກສູ່ເຂດທະເລທາງທິດຕາເວັນອອກແຫຼມເກົາຫຼີ ພຽງແຕ່ 2 – 3 ຊົ່ວໂມງ.
ເຫດຍິງທົດລອງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ: AFP/TTXVN) |
ໃນກອງປະຊຸມໂດຍກົງຄັ້ງທີ 2 ທີ່ໄດ້ດຳເນີນໃນ ເວລາ 2 – 3 ຊົ່ວໂມງ, ທ່ານ Kim Gunn ທູດພິເສດ ສ.ເກົາຫຼີ ກ່ຽວກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ຢູ່ແຫຼມເກົາຫຼີ ໄດ້ປຶກສາຫາລືກັບຄູ່ຕຳແໜ່ງ ອາເມລິກາ Sung Kim ກ່ຽວກັບການຜັນແປໃໝ່ນີ້.
ກ່ອນໜ້ານັ້ນ, ໃນວັນທີ 3 ມິຖຸນາ, ທ່ານ Sung Kim ໄດ້ມີການປຶກສາຫາລືສາມຝ່າຍກັບຄູ່ຕຳແໜ່ງ ສ.ເກົາຫຼີ ແລະ ຍີ່ປຸ່ນ ຢູ່ເຊີອູນ ເພື່ອແນໃສ່ເກັຍກອມ ພຽງຢາງ ກັບຄືນສູ່ໂຕະເຈລະຈາ. ພາຍຫຼັງເຫດຍິງທົດລອງອາວຸດຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ, ການນຳສາມປະເທດ ສ.ເກົາຫຼີ - ອາເມລິກາ - ຍີ່ປຸ່ນ ໄດ້ດຳເນີນການໂອ້ລົມທາງໂທລະສັບ, ໃນນັ້ນ 3 ຝ່າຍລ້ວນແຕ່ສະແດງຄວາມວິຕົກກັງວົນຕໍ່ການກະທຳຂອງພຽງຢາງ.