ຜູ້ຕາງໜ້າຂັ້ນສູງອີຢູ ໄປອີຣານເພື່ອເຈລະຈາ ກ່ຽວກັບບັນຫາ ນິວເຄຼຍ


ຜູ້ຕາງໜ້າຂັ້ນສູງອີຢູ ໄປອີຣານເພື່ອເຈລະຈາ ກ່ຽວກັບບັນຫາ ນິວເຄຼຍ - ảnh 1
ທ່ານ​ນາງ Catherine Ashton (ຊ້າຍ)

(ພາບ: AFP/TTXVN)

 (vovworld)- ວັນ​ທີ 8/3, ທ່ານ​ນາງ Catherine Ashton ຜູ້ຕາງໜ້າ​ຂັ້ນສູງ​ສະຫະພັນ​ເອີ​ລົບ (EU) ​ໄດ້​ເດີນທາງ​ໄປ​ນະຄອນຫຼວງ​ເຕ​ເຮຣານ ​ເພື່ອ​ເຈລະຈາ​ກັບ​ວົງ​ການ​ເຈົ້າໜ້າ​ທີ່​ອີຣານ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້ ພ້ອມ​ກັບ​ການ​ພົວພັນ​ລະຫວ່າງ​ອີຣານ ​ແລະ ​ເອີ​ລົບ. ການ​ຢ້ຽມຢາມ​ໄດ້​ດຳ​ເນີນ​ໄປ​ສະພາບ​ການ​ທີ່​ສາຍ​ພົວພັນ​ລະຫວ່າງ​ອີຣານ ​ແລະ ອີ​ຢູ ພວມ​ມີ​ສັນຍານ​ດີ​ຂຶ້ນ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ອີຣານ, ຄາດວ່າ, ທ່ານ​ນາງ Catherine Ashton ຜູ້​ພວມ​ປະສານ​ງານ​ການ​ເຈລະຈາ​ລະຫວ່າງ​ອີຣານ ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກຈະ​​ເຈລະ​ຈາ​ກັບ​ປະທານາທິບໍດີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ອີຣານ. ຕາມ​ທ່ານ​ສະມາຊິກ​ລັດຖະສະພາ Ali Mohammad Al ສັງກັດ​ຄະນະ​ກຳມະການ​ແຜນການ ​ແລະ ງົບປະມານ​ແຫ່ງ​ຊາດ​ອີຣານ ​ແລ້ວ, ການ​ຢ້ຽມຢາມ​ຂອງທ່ານ​ນາງ Catherine Ashton ຈະ​ເປີດ​ໄລຍະ​ໃໝ່​ໃນ​ການ​ພົວພັນ​ດ້ານ​ເສດຖະກິດ​ສອງ​ຝ່າຍ​ອີຣານ-ອີ​ຢູ./.

 

ຂ່າວ/ບົດ​ອື່ນ