ຜູ້ຖືກສົງໄສໃນກໍລະນີເຂັ່ນຂ້າອະດີດຮອງນາຍົກລັດຖະມົນຕີລັດເຊຍຖືກຜູກໂທດຂ້າຄົນ

ຜູ້ຖືກສົງໄສໃນກໍລະນີເຂັ່ນຂ້າອະດີດຮອງນາຍົກລັດຖະມົນຕີລັດເຊຍຖືກຜູກໂທດຂ້າຄົນ - ảnh 1
ຕົວ​ການ zaur Dadayev
(ພາບ: scoopnest)

(vovworld) - ວັນ​ທີ 8/3, ​ເປົ້າ​ໝາຍ 5 ຄົນ​ທີ່​ຖືກ​ສົງ​ໄສ​ກ່ຽວຂ້ອງ​ເຖິງ ກໍລະນີ​ເຂັ່ນຂ້າ​ອະດີດ​ຮອງ​ນາຍົກລັດຖະມົນຕີລັດ​ເຊຍ​ Boris Nemtsov  ​ໄດ້​ອອກສະ​ເໜີ​ຕົວ​ຢູ່​ສານ​ທີ່​ນະຄອນຫຼວງ​ມົດສກູ. ຜູ້​ພິພາກສາ Natalya Mushniko ​ໃຫ້​ຮູ້​ວ່າ. ຜູ້​ຖືກ​ສົງ​ໄສ​ສອງ​ຄົນ​ແມ່ນ zaur Dadayev ​ແລະ  Anzor Gubashev ລ້ວນ​ແຕ່ຖືກ​ຜູກ​ໂທ​ດຂ້າ​ຄົນ. zaur Dadayev ​ໄດ້​ລົງ​ນາມໃນ​ໃບຮັບ​ສາລະພາບ​ໂທດ​ກຳ ​​​ໂດຍ​ຢືນຢັນ​ໄດ້ມີ​ການ​ກະທຳ​ກ່ຽວຂ້ອງ​ເຖິງ ກໍລະນີ​ເຂັ່ນຂ້າ​ທ່ານ Boris Nemtsov   ​ເມື່ອ​ຕອນ​ຄຳ່​ວັນ​ທີ 27/2 ຜ່ານ​ມາ. ​ໃນ​ຂະນະ​ນັ້ນ Anzor Gubashev ພັດ​ປະຕິ​ເສດ​ການ​ກະທຳ​ທັງ​ໝົດ​ທີ່​ກ່ຽວຂ້ອງ​ເຖິງ​ກໍລະນີ​ເຂັ່ນຂ້າ​ທ່ານ Boris Nemtsov . zaur Dadayev ​ເຄີຍ​ແມ່ນ​ຮອງ​ຜູ້​ບັນຊາ​ການ​ໃນ​ກຳລັງ​ຕຳຫຼວດ ສ ​Chechnya (ຂຶ້ນກັບສະຫະພັນ​ລັດ​ເຊຍ) ​ສ່ວນ Anzor Gubashev ລ້ວນ​ແຕ່​ເຮັດ​ວຽກ​ໃນ​ບໍລິສັດປ້ອງ​ກັນ​ຄວາມ​ສະຫງົບ​ເອກະ​ຊົນ​ຢູ່​ມົດ​ສະ​ກູ. ​ເປົ້າ​ໝາຍ​ທັງ​ສອງ​ນີ້​ຖືກ​ຈັບ​ຕົວ​ໃນ​ວັນ​ທີ 7/2 ຢູ່ ສ​. Ingushetia.

ຂ່າວ/ບົດ​ອື່ນ