ຜົນການເລືອກຕັ້ງດູມາ ແຫ່ງຊາດລັດເຊຍ
ຕາມນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳສະຫະພັນລັດເຊຍແລ້ວ, ວັນທີ 5/12, ຕາມຂ່າວຈາກຄະນະກຳມະການເລືອກຕັ້ງສູນກາງລັດເຊຍ, ພາຍຫລັງໄດ້ນັບບັດຈຳນວນ 95,71%, ພັກກຳອຳນາດລັດເຊຍເອກະພາບຍັງນຳໜ້າໃນການເລືອກຕັ້ງດູມາແຫ່ງຊາດລັດເຊຍ ຫລືສະພາຕ່ຳລັດເຊຍ ຊື່ງຖືກດຳເນີນໄປໃນວັນທີ 4/12. ພັກປະເທດລັດເຊຍເອກະພາບບັນລຸໄດ້ບັດສະໜັບສະໜູນ 49,54% ແລະຈະມີ 238 ທີ່ນັ່ງ ໃນຈຳນວນ 450 ທີ່ນັ່ງ; ພັກກອມມູນິດສະຫະພັນລັດເຊຍ 19,16% ແລະ 92 ທີ່ນັ່ງ, ພັກປະເທດລັດເຊຍຍຸດຕິທຳແມ່ນ 13,12% ແລະ 64 ທີ່ນັ່ງ; ພັກເສລີປະຊາທິປະໄຕລັດເຊຍ 11,66% ແລະ 56 ທີ່ນັ່ງ. ພາຍຫລັງມີຜົນຂອງການເລືອກຕັ້ງໃນເບື້ອງຕົ້ນ, ປະທານາທິບດີລັດເຊຍ D.Metvedev ແລະນາຍົກລັດຖະມົນຕີລັດເຊຍ V.Putin ໄດ້ໄປຢ້ຽມຢາມສຳນັກງານກອງເສນາທິການເລືອກຕັ້ງຂອງພັກປະເທດລັດເຊຍເອກະພາບຢູ່ມົດສະກູ. ທັງສອງທ່ານລ້ວນແຕ່ຖືວ່າ ພັກປະເທດລັດເຊຍເອກະພາບແມ່ນກຳລັງການເມືອງເຂັ້ມແຂງທີ່ສຸດ ໃນດູມາແຫ່ງຊາດລັດເຊຍຊຸດໃໝ່.
ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳສະຫະພັນລັດເຊຍ