ຜັນຂະຫຍາຍ “ປີຊາວໜຸ່ມ ອາສາສະໝັກ” 2014
(ພາບປະກອບ)
(vovworld) - ປີ 2014 ໄດ້ຂັດເລືອກເປັນປີຊາວໜຸ່ມອາສາສະໝັກ, ຄະນະເລຂາສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ. ໃນເດືອນ 01/2014 ນີ້, ຄະນະປະຈຳບັນດາແຂວງ, ຄະນະຊາວໜຸ່ມນະຄອນ, ຄະນະຊາວໜຸ່ມສັງກັດ ຈະຈັດຕັ້ງພິທີເລີ່ມເຄື່ອນໄຫວ ແລະ ບັນດາການເຄື່ອນໄຫວ “ປີຊາວໜຸ່ມອາສາສະໝັກ 2014” ເປັນຢ່າງດີ ຮັບປະກັນລັກສະນະແທດຈິງ ແລະ ມີປະສິດທິຜົນ.
ດ້ວຍຈຸດໝາຍເສີມຂະຫຍາຍບົດບາດປະຈັນບານ, ອາສາສະໝັກຂອງຊາວໜຸ່ມ ທີ່ເຂົ້າຮ່ວມການພັດທະນາເສດຖະກິດ, ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຊີວິດສັງຄົມ, ກໍ່ສ້າງຊົນນະບົດໃໝ່, ຄວາມສີວິໄລໃນຕົວເມືອງ; ປະກອບສ່ວນຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄະນະເລຂາສູນກາງຊາວໜຸ່ມ ຮຽກຮ້ອງຈັດຕັ້ງພິທີເລີ່ມເຄື່ອນໄຫວຕິດພັນກັບການເຄື່ອນໄຫວແທດຈິງ. ຕາມນັ້ນແລ້ວ, ສຳລັບບັ້ນຂົນຂວາຍ “ໄວໜຸ່ມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່”, ຂົນຂວາຍ ແລະ ຈັດຕັ້ງໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມປະຕິບັດບັນດາກິດຈະກຳ, ວຽກງານທີ່ຊາວໜຸ່ມອາສາສະໝັກເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່. ປະຕິບັດຂະບວນການ “ປະຈັນບານ, ອາສາສະໝັກ ຮັບປະກັນຊີວິດສັງຄົມ”, ຊາວໜຸ່ມທຸກຂັ້ນຈັດຕັ້ງໃຫ້ຊາວໜຸ່ມເຂົ້າຮ່ວມການບໍລິຈາກເລືອດ; ໃຫ້ຄຳປຶກສາ, ແນະນຳວິຊາຊີບ, ໂຄສະນາວຽກງານໃຫ້ແກ່ຊາວໜຸ່ມ.