ຜັນຂະຫຍາຍໂຄງການຈຸດໝາຍພັດທະນາປ່າໄມ້ແບບຍືນຍົງ


ຜັນຂະຫຍາຍໂຄງການຈຸດໝາຍພັດທະນາປ່າໄມ້ແບບຍືນຍົງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ເຂົ້າ​ຮ່ວມກອງ​ປະຊຸມ
(​ພາບ: VGP)

(vovworld) - ວັນ​ທີ 17/3, ຢູ່​ແຂວງ ​ເງ້ອານ​, ກະຊວງ ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ແຜນການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ​ໄລຍະ 2011 – 2016 ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ປ່າ​ໄມ້​ຄືນ​ໃໝ່, ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ພັດທະນາ​ປ່າ​ໄມ້​ແບບ​ຍືນ​ຍົງ​ໄລຍະ 2016-2020. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ຮັບຮອງ​ບັນດາ​ຜົນງານ​ເຊິ່ງຂະ​ແໜງ​ປ່າ​ໄມ້​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປ່າ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ຊີ້​ແຈ້ງ​ບັນດາ​ສິ່ງ​ທີ່​ຈຳກັດ, ຄົງ​ຄ້າງ ​ແລະ ສະ​ເໜີ​ຂະ​ແໜງ​ປ່າ​ໄມ້​ພ້ອມ​ກັບ​ທ້ອງ​ຖີ່​ນຕ່າງໆ​ປະຕິບັດ​ບັນດາ​ມາດ​ຕະການ​ໃຫ້​ດີ, ​ເພື່ອ​ສຳ​ເລັດ​ບັນດາ​ໂຄງການ​ຈຸດໝາຍ​ພັດທະນາ​ປ່າ​ໄມ້​ແບບ​ຍືນ​ຍົງ​ໄລຍະ 2016-2020. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢຸງ ກໍ່​ສະ​ເໜີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ຕ່າງໆຄວນ​ເພີ່​ມ ທະວີ​ການ​ຄຸ້ມ​ຄອງ​ແຜນ​ກຳນົດ​ປ່າ ​ແລະ ທີ່​ດິນ​ປ່າ​ໄມ້; ປະຕິບັດ​ການລະດົມ​ບັນດາ​ແຫຼ່ງທຶນ​​ໃນ​ທົ່ວ​ສັງຄົມ,  ​ແລະ ​ເປັນຫຼາຍ​ຮູບ​ຫຼາຍ​ແບບ ​ເພື່ອ​ແນ​ໃສ່ ຜັນ​ຂະຫຍາຍ​ໂຄງການ​ຈຸດໝາຍ​ພັດທະນາ​ປ່າ​ໄມ້​ແບບ​ຍືນ​ຍົງ.

 

ຂ່າວ/ບົດ​ອື່ນ