ຜັນຂະຫຍາຍໂຄງການຮັກສາແຄມທະລແລະປາຊາຍເລນ

(vovworld)-  ​ໂຄງການ​ປົກ​ປັກ​ຮັກສາ​​ເຂດ​ແຄມ​ທະ​ເລ ​ແລະ ປາ​ຊາຍ​​ເລນ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ບັນດາ​ແຂວງ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ກາງ​ຫວຽດນາມ ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 10 ລ້ານ​​ເອີ​ໂຣ ​ຫາ​ກໍ່ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ທາງ​ການ. ​ໃນ​ນັ້ນ ລັດຖະບານ ​ເຢຍລະ​ມັຍ ​ແລະ ລັດຖະບານ ອົດ​ສະ​ຕາ​ລີ ຊ່ວຍ​ເຫລືອ​ລ້າ​ກວ່າ 18 ລ້ານ​ເອີ​ໂຣ. ​ໂຄງການ​ດັ່ງກ່າວ​ຈະ​ປະຕິບັດ​ຢູ່ 5 ​ແຂວງ​ຊື່​ງລວມມີ: ອາ​ຢາງ​, ບາກ​ລຽວ, ກາ​ເມົາ, ກຽນ​ຢາງ ​ແລະ ຊອກ​ຈັງ ​ໃນ​ໄລຍະ 36 ​ເດືອນ. ທ່ານ ຮ່າ​ກົງ​ຕວນ,​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະພັດທະນາ​ຊົນນະບົດ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໂຄງກາ​ນນີ້​ແມ່ນ​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຢ່າງຮອບດ້ານ ​ແລະ ຫລຸດຜ່ອນ​ຄວາມ​ອຶ​ດຫິວ​ຂອງ​ຫວຽດນາມ​ຮອດ​ປີ 2020 ຊື່​ງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ​.

ຕອບກັບ

ຂ່າວ/ບົດ​ອື່ນ