ຜົນງານຂອງບັນດາພວກນ້ອງນັກຮຽນແມ່ນຄວາມເອກອ້າງຖະນົງໃຂຂອງທົ່ວປະເທດ
(ພິທີຍ້ອງຍໍນັກຮຽນນັກຮຽນດີເດັ່ນ)
(vovworld) - ຕອນຄ່ຳວັນທີ 03/12, ກ່າວຄຳເຫັນທີ່ພິທີຍ້ອງຍໍບັນດານັກຮຽນບັນລຸຜົນງານສູງໃນບັນດາການເສັງແຫ່ງຊາດ ແລະ ສາກົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາການປ່ຽນໃໝ່ຂອງກະຊວງສຶກສາ ແລະ ບຳລຸງສ້າງ ໃນວຽກງານສຶກສາ, ຄັດເລືອກ, ສຶກສາອົບຮົມ, ປະກອບສ່ວນຍົກສູງຜົນງານຂອງທິນຊາດຫວຽດນາມ ໃນການເສງ Olympic ພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ.
“ບັນດາສິ່ງທີ່ພວກນ້ອງບັນລຸໄດ້ໃນມື້ນີ້ແມ່ນການສືບທອດມູນເຊື້ອມັກຮ່ຳມັກຮຽນ, ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ເພື່ອມີລະດັບຄວາມຮູ້ສູງສຸດຂອງຊາວຫວຽດນາມ ລຸ້ນຕ່າງໆ, ໃນນັ້ນມີລຸ້ນກ່ອນຫຼາຍຄົນໄດ້ສ້າງຊື່ສຽງໃຫ້ປະເທດຊາດດ້ວຍພູມປັນຍາ, ຄຸນນະທາດ ແລະ ຄວາມຈົ່ງຮັກພັກດີຕໍ່ປະເທດຊາດຄື: ຫງວຽນຮ່ຽນ, ໝາກດິ້ງຈີ, ເລກຸຍດົນ… ຂ້າພະເຈົ້າຫວັງວ່າ, ບັນດາຜົນງານທີ່ພວກນ້ອງບັນລຸໄດ້ໃນມື້ນີ້ຈະແມ່ນບາດກ້າວເດີນທຳອິດໃນເສັ້ນທາງກວ້າງໃຫຍ່ກວ່າ ດ້ວຍວິໄສທັດມອງກວ້າງ, ເຫັນໄກກວ່າ.”
ທີ່ພິທີ, ຄະນະຈັດຄັ້ງໄດ້ຍ້ອງຍໍນັກຮຽນ 40 ນ້ອງທີ່ຍາດໄດ້ລາງວັນ Olympic ສາກົນ ແລະ ນັກຮຽນດີເດັ່ນໃນການເສັງມັດທະຍົມຕອນປາຍແຫ່ງຊາດປີ 2016.