ຜູ້ບັງຄັບບັນຊາຂັ້ນສູງຂອງຕາລີບານຖືກດັບສູນຢູ່ອາບການິດສະຖານ

ຜູ້ບັງຄັບບັນຊາຂັ້ນສູງຂອງຕາລີບານຖືກດັບສູນຢູ່ອາບການິດສະຖານ - ảnh 1
ຜູ້​ບັນ​ຄັງ​ບັນ​ຊາຂັ້ນ​ສູງ Azam Tariq
(ພາບ​ປະ​ກອບ: RFERL/ TTXVN)

(vovworld) - ວັນ​ທີ 25/09, ບັນ​ດາ​ແຫຼ່ງ​ຂ່າວຂອງ​ກຸ່ມ​ກະ​ບົດ​ຕາ​ລີບ​ານ ໃຫ້​ຮູ້​ວ່າ, ​ຜູ້​ບັນ​ຄັງ​ບັນ​ຊາຂັ້ນ​ສູງ​​ຂອງ​ກຸ່​ມນີ້ຢ​ູ່​ປາ​ກິດ​ສະ​ຖານ Azam Tariq ​ຖືກ​ເສຍ​ຊີ​ວິດ​ຢູ່​ແຂວງ Paktika, ອາບ​ກາ​ນິດ​ສະ​ຖານ. ແຫຼ່​ງ​ຂ່​າວ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່​າ Azam Tariq ​ແມ່​ນ​ໜຶ່ງຈຳ​ນວນສະ​ມາ​ຊິກ 4 ຄົນ​ຂອງ​ຕາ​ລີ​ບານ ຖືກ​ດັບ​ສູນ​ໃນ​ບັ້ນ​ຮົບ​ຂອງ​ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອາບ​ກາ​ນິດ​ສະ​ຖານ ໃນ​ຄໍ່​່າ​ຄືນ​ວັນ​ທີ 24/09. ລູກ​ຊາຍ​ຂອງ Azam Tariq ກໍ່​ຖືກ​ເສຍ​ຊີ​ວິດ. ໃນ​ຂະ​ນະ​ນັ້ນ, ຕາມ​ສື່ມວນ​ຊົນ​ປາ​ກິດ​ສະ​ຖານ, ບັນ​ດາ​ແຫຼ່ງ​ຂ່າວ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ກໍ​ຢືນ​ຢັນ​ເລື່ອງ Azam Tariq ຖືກ​​ເສຍ​ຊີ​ວິດ. Azam Tariq ເຄີຍ​ເປັ​ນ​ໂຄ​ສົກ​ຂອງ​ກຸ່ມ Tehrik-e-Taliban Pakistan (TTP) ແລະ ພວມ​ດຳ​ລົງ​ຕ່ຳ​ແໜ່ງ​ບົດ​ບາດ​ນີ້ໃຫ້​ຕາ​ລີ​ບານ ໂ​ດຍ​ຫົວ​ໂປ Khan Sayed ເປັນ​ຫົວ​ໂປ.

ຂ່າວ/ບົດ​ອື່ນ