ຜູ້ບັນຊາການທະຫານປ້ອງກັນອາກາດຂອງຊີຣີເສຍຊີວິດ
ການປະທະກັນເກີດຂຶ້ນຢ່າງລຽນຕິດຢູາເທດສະບານເມືອງ Mleiha
(ພາບ: dantri.com.vn)
(vovworld) - ວັນທີ 18/5, ວົງການເຈົ້າໜ້າທີ່ ຊີຣີ ໃຫ້ຮູ້ວ່າ: ຜູ້ບັນຊາການທະຫານປ້ອງກັນອາກາດຂອງປະເທດນີ້, ນາຍພົນ Hussein Isaac, ໄດ້ເສຍຊີວິດໃນການປະທະກັນໃກ້ກັບນະຄອນຫຼວງ ດາມາກຸດ. ນາຍພົນ Hussein Isaac ເສຍຊີວິດຍ້ອນຖືກບາດເຈັບໜັກໃນການປະທະກັນຢູ່ເທດສະບານເມືອງ Mleiha, ເຊິ່ງແມ່ນສະໜາມຮົບຕົ້ນຕໍ່ຂອງທາງທິດຕາເວັນອອກສ່ຽງໃຕ້ ດາມາກຸດ. ນີ້ກໍ່ແມ່ນບ່ອນຕັ້ງສຳນັກງານຂອງບັນດາກຳລັງທະຫານປ້ອງກັນອາກາດ ຊີຣີ. ໃນກ່ວາໜຶ່ງເດືອນຜ່ານມາ, ກອງທັບ ຊີຣີ ດ້ວຍການສະໜັບສະໜູນຂອງກຳລັງອິດສະລາມ Hezbollah ຢູ່ ລີບັງ ພວມມານະພະຍາຍາມຍາດໄດ້ສິດຢືດຄອງ Mleiha ຈາກກຳລັງຝ່າຍຄ້ານ. ເຖິງວ່າທະຫານລັດຖະບານຍາດໄດ້ທ່າໄດ້ປຽບໃນເບື້ອງຕົ້ນຢູ່ເທດສະບານເມືອງນີ້ກໍ່ຕາມແຕ່ທະຫານລູກຮື້ຂຶ້ນຍັງຄົງກຳແໜ້ນສິດຄວບຄຸມຢູ່.