ຜູ້ບັນລຸສະຖິຕິຫວຽດນາມ 3 ຄົນຖືກຈັດ ເຂົ້າໃນຈຳນວນຜູ້ບັນລຸສະຖິຕິອາຊີ 30 ຄົນ

ຜູ້ບັນລຸສະຖິຕິຫວຽດນາມ 3 ຄົນຖືກຈັດ ເຂົ້າໃນຈຳນວນຜູ້ບັນລຸສະຖິຕິອາຊີ 30 ຄົນ - ảnh 1
ຈິດຕະກອນ ດັ້ງ​ອ໋າຍຫວຽດ
ຜູ້​ແຕ້ມ​ພາບ​ແມ່​ຫວຽ​ດນາມ ວິລະ​ຊົນ​ຫຼາຍ​ກວ່າ​ໝູ່
(ພາບ: dangcongsan.vn)

(vovworld) – ອົງການ​ສະຖິຕິ​ອາຊີ ຫາ​ກໍ່​ຈັດ ຜູ້​ບັນລຸສະຖິຕິ​​ຫວຽດນາມ ​3 ຄົນເຂົ້າ​ໃນ​ຈຳນວນ ຜູ້​ບັນລຸສະຖິຕິອາຊີ 30 ຄົນ​ໃນ​ປີ 2013 ນັ້ນ​ແມ່ນ: ນັກ​ສິລະ​ປິນດີ​ເດັ່ນ, ຜູ້​ກຳກັບ​ການສະ​ແດງ ຫງວຽນ​ວັນ​ເລືອ​ງ, ຈິດຕະກອນ ​ເຈືອງ​ຮ໋ານມິ​ງ ​ແລະ ຈິດຕະກອນ ດັ້ງ​ອ໋າຍຫວຽດ. ບັນດາ​ຜູ້​ບັນລຸ​ສະຖິຕິ​ຫວຽດນາມ​ນີ້ ​ໄດ້​ກາຍ​ເປັນ​ຜູ້​ບັນລຸ​ສະຖິຕິ​ອາຊີ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 18/5/2013. ນັກ​ສິລະ​ປິນດີ​ເດັ່ນ, ຜູ້​ກຳກັບ​ການສະ​ແດງ ຫງວຽນ​ວັນ​ເລືອ​ງ ບັນລຸ​ສະຖິຕິ​ອາຊີ ດ້ວຍ​ສະຖິຕິ ”ຜູ້​ກຳ​ກັບ​ການສະ​ແດງ​ທີ່​ມີ​ຈຳນວນ​ຮູບ​ເງົາ​ກ່ຽວ​ກັບ​ຫົວ​ເລື່ອງ​ປະ​ເທດ​ຊາດ ​ແລະ ປະຊາຊົນ​ຢູ່​ເຂດ​ທະ​ເລ​ໝູ່​ເກາະ​ຫຼາຍ​ກວ່າ​ໝູ່”, ຈິດຕະກອນ ​ເຈືອງ​ຮ໋ານມິ​ງ ບັນລຸ​ສະຖິຕິ​ອາຊີ ດ້ວຍ​ສະຖິຕິ ”ຈິດຕະກອນ​ແຕ້ມ​ພາບ​ດ້ວຍ​ນ້ຳມື​ກ ທີ່​ມີ​ຈຳນວນ​ພາບ​ຂາຍ​ປະມູນ​ເພື່ອ​ການ​ກຸສົນຫຼາຍ​ກວ່າ​ໝູ່”. ສ່ວນ​ຈິດຕະກອນ ດັ້ງ​ອ໋າຍຫວຽດ ບັນລຸ​ສະຖິຕິ​ອາຊີ ດ້ວຍ​ສະຖິຕິ ”ຜູ້​ແຕ້ມ​ພາບ​ແມ່​ຫວຽ​ດນາມ ວິລະ​ຊົນ​ຫຼາຍ​ກວ່າ​ໝູ່”.

ຄາດ​ວ່າ​ພິທີ​ມອບໃບ​ຢັ້ງຢືນ​ບັນລຸ​ສະຖິຕິ​ອາຊີ​ ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ 5/2013, ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ 3 ປະ​ເທດ​ອິນດູຈີນ​ຂອງ​ຜູ້​ອຳ​ນວຍ​ການ​ສະຖິຕິ​ອາຊີ

ຂ່າວ/ບົດ​ອື່ນ