ຜູ້ປະຈຳການຄະນະເລຂາທິການສູນກາງພັກດິງເທ໋ຮີນພົບປະເຈລະຈາກັບເລຂາທິການໃຫຍ່ສປຊ
ທ່ານ ດິງເທ໋ຮີນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ
ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon
(ພາບ: TTXVN)
(vovworld) - ວັນທີ 27/10, ທ່ານ ດິງເທ໋ຮີນ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມສຳນັກງານສະຫະປະຊາຊາດ, ຢູ່ນິວຢອກ ແລະ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon. ທີ່ການພົບປະ, ທ່ານ ດິງເທ໋ຮີນ ຖືວ່າ, ບັນດາຂໍ້ລິເລີ່ມ ແລະ ຈຸດສຸມໃຫຍ່ເຊິ່ງສະຫະປະຊາຊາດໄດ້ ແລະ ພວມຊຸກຍູ້, ໃນນັ້ນມີເປົ້າໝາຍພັດທະນາແບບຍືນຍົງໃນໄລຍະຫຼັງປີ 2015 (SDGs) ແລະ ຂໍ້ຕົກລົງກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ຮັບຮອງເອົາທີ່ກອງປະຊຸມ COP 21 ຢູ່ປາຣີ, ໄດ້ສະແດງໃຫ້ເຫັນບົດບາດຢ່າງຈະແຈ້ງ ແລະ ຜົນສະທ້ອນສຳຄັນຂອງສະຫະປະຊາຊາດ ຕໍ່ໜ້າບັນດາສິ່ງທ້າທາຍ ເຊິ່ງມະນຸດຕ້ອງປະເຊີນໜ້າ. ທ່ານ ດິງເທ໋ຮີນ ກໍ່ຕີລາຄາສູງການຮ່ວມມື ແລະ ໜູນຊ່ວຍອັນລ້ຳຄ່າເຊິ່ງສະຫະປະຊາຊາດສະຫງວນໃຫ້ແກ່ຫວຽດນາມ ເພື່ອແນໃສ່ຊ່ວຍຫວຽດນາມ ແກ້ໄຂຄວາມຫຍຸ້ງຍາກພາຍຫຼັງສົງຄາມ ແລະ ພັດທະນາປະເທດຊາດ, ຊຸກຍູ້ການຮ່ວມມືຫຼາຍດ້ານກັບສະຫະປະຊາຊາດ… ທ່ານ ດິງເທ໋ຮີນ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ສະໜັບສະໜູນບົດບາດ ແລະ ການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງສະຫະປະຊາຊາດໃນບັນດາບັນຫາພາກພື້ນອາຊີ - ປາຊີຟິກ.
ສ່ວນທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon ປາດຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ຮ່ວມມືກັບສະຫະປະຊາຊາດໃນບັນດາການເຄື່ອນໄຫວລວມຢ່າງແໜ້ນແຟ້ນ. ທ່ານ Ban Ki moon ຢືນຢັນຄຳໝັ້ນສັນຍາຂອງຫະປະຊາຊາດ ສືບຕໍ່ສະຫງວນໃຫ້ຫວຽດນາມ ການສະໜັບສະໜູນ, ການໜູນຊ່ວຍ ແລະ ຮ່ວມມືເພື່ອຮັກສາຜົນງານ MDGs, ປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງຢູ່ຫວຽດນາມ. ທ່ານ Ban Ki moon ປາດຖະໜາວ່າ, ບັນດາຝ່າຍທີ່ກ່ຽວຂ້ອງໃນເຈລະຈາ, ຈະແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ເໝາະສົມກັບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ...