ທ່ານ ດິງເທ໋ຮີງ ຢ້ຽມຢາມໂຮງແຮມ Omni Parker
(ພາບ: TTXVN)
(vovworld) – ໃນລະຫວ່າງວັນທີ 28 – 30/10, ໃນຂອບເຂດການຢ້ຽມຢາມ ອາເມລິກາ ຕາມຄຳເຊີນຂອງທ່ານ John Kerry ລັດຖະມົນຕີການຕ່າງປະເທດ ອາເມລິກາ, ທ່ານ ດິງເທ໋ຮີງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທີການ ໄປຢ້ຽມຢາມບັນດານະຄອນ Boston ແລະ San Francisco. ທີ່ Boston, ທ່ານ ດິງເທ໋ຮີງ ຢ້ຽມຢາມໂຮງແຮມ Omni Parker ເຊິ່ງແມ່ນສະຖານທີ່ ປະທານໂຮ່ຈີມິນ ເຄີຍເຮັດວຽກ, ໃນຊຸມເດືອນປີ ທີ່ເພີ່ນໄປຊອກຫາເສັ້ນທາງກູ້ຊາດ, ປົດປ່ອຍປະເທດຊາດອອກຈາກແອກປົກຄອງກົດຂີ່ຂູດຮີດຂອງລັດທິລ່າເມືອງຂຶ້ນ, ຈັກກະພັດ (ໄລຍະປີ 1912 - 1913). ທ່ານ ດິງເທ໋ຮີງ ກໍ່ໄປຢ້ຽມຢາມມະຫາວິທະຍາໄລ Havard ອີກດ້ວຍ.
ທີ່ San Francisco, ທ່ານ ດິງເທ໋ຮີງ ໄດ້ຕ້ອນຮັບເຈົ້າຄອງນະຄອນ ແລະ ພົບປະຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ລັດ California. ທ່ານ ດິງເທ໋ຮີງ ກໍ່ມີການພົບປະກັບບັນດາຜູ້ຕາງໜ້ານັກຮົບເກົ່າ ອາເມລິກາ ທີ່ເຄີຍເຂົ້າຮ່ວມສົງຄາມຢູ່ ຫວຽດນາມ. ນະທີ່ນີ້ ທ່ານ ດິງເທ໋ຮີງ ປາດຖະໜາວ່າ ບັນດານັກຮົບເກົ່າ ອາເມລິກາ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ການພົວພັນມິດຕະພາບ, ການຮ່ວມມືຕາມຈິດໃຈ “ປະອະດີດຕະການໄວ້, ຜ່ານຜ່າຄວາມແຕກຕ່າງກັນ, ເສີມຂະຫຍາຍສິ່ງທີ່ຄ້າຍຄືກັນ, ມຸ່ງໄປເຖິງອະນາຄົດ” ລະຫວ່າງ 2 ປະເທດ. ໃນໄລຍະຢູ່ຢ້ຽມຢາມ San Francisco, ທ່ານ ດິງເທ໋ຮີງ ໄດ້ໄປຢ້ຽມຢາມ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco.