ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ໝູກາງຈາຍ, ອຽນບ໋າຍ

(VOVWORLD) - ໂດຍປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ວັນທີ 29 ກັນຍາ, 
ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ໝູກາງຈາຍ, ອຽນບ໋າຍ - ảnh 1ທ່ານ ເຈິ່ນກວກເວື້ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ໝູກາງຈາຍ, ອຽນບ໋າຍ (ພາບ:  baoyenbai.com.vn.)

ທ່ານ ເຈິ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໋າຍ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ໝູກາງຈາຍ ແຂວງ ອຽນບ໋າຍ. ນະທີ່ນີ້, ເມື່ອຮັບເອົາ ແລະ ຕອບບັນດາຄຳຖາມ, ຄຳສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ທ່ານ ເຈິ່ນກວກເວື້ອງ ໄດ້ສະເໜີແຂວງ ອຽນບ໋າຍ ແລະ ເມືອງ ໝູກາງຈາຍ ເອົາໃຈໃສ່ໜູນຊ່ວຍປະຊາຊົນສຸມໃສ່ພັດທະນາເສດຖະກິດ, ສູ້ຊົນບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ, ຫລຸດອັດຕາຄອບຄົວທຸກຍາກລົງໃນລະດັບຕ່ຳສຸດ. ທ່ານ ເຈິ່ນກວກເວື້ອງ ໄດ້ຮຽກຮ້ອງອຳນາດການປົກຄອງທ້ອງຖິ່ນປະຕິບັດວຽກງານໜູນຊ່ວຍຊີວິດສັງຄົມເປັນຢ່າງດີກ່ວາອີກ, ພະນັກງານ, ສະມາຊິກພັກຢູ່ຮາກຖານແຕ່ລະຄົນ ຕ້ອງຍົກສູງຈິດໃຈເປັນແບບຢ່າງໃນການປະຕິບັດໜ້າທີ່ພັດທະນາເສດຖະກິດ, ສ້າງຊີວິດໃໝ່, ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ.

ແລະກໍ່ໃນວັນທີ 30 ກັນຍາ, ທ່ານ ເຈິ່ນກວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໋າຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຕາແສງ ເກົາເທຍ, ຕາແສງ ຈູງເຕີມ ແລະ ເທດສະບານເມືອງ ເຫງຍໂລ, ແຂວງ ອຽນບ໋າຍ.

ຕອບກັບ

ຂ່າວ/ບົດ​ອື່ນ