(vovworld) - ໃນເວລາ 7 ໂມງເຊົ້າ, ວັນທີ 16/04 (ຕາມເວລາທ້ອງຖິ່ນ), ສະຖານທີ່ປ່ອນບັດກວ່າ 160.000 ແຫ່ງໃນທົ່ວປະເທດຕວກກີ ໄດ້ເປີດປະຕູ ເພື່ອຮັບຜູ້ມີສິດເລືອກຕັ້ງນັບລ້ານໆຄົນຂອງປະເທດນີ້ໄປປ່ອນບັດໃນການລົງປະຊາມະຕິປັບປຸງລັດຖະທຳມະນູນ ເພື່ອແນໃສ່ເພີ່ມສິດອຳນາດໃຫ້ທ່ານປະທານາທິບໍດີ Tayyip Erdogan. ຜູ້ມີສິດເລືອກຕັ້ງປະມານ 55 ລ້ານຄົນມີສິດຢ່າງພຽງພໍເພື່ອໄປປ່ອນບັດສະໜັບສະໜູນ ແລະ ຄັດຄ້ານການປັບປຸງລັດຖະທຳມະນູນປະຫວັດສາດໃນນື້ນີ້ຢູ່ຕວກກີ. ບັນດາການຢັ່ງຫາງສຽງກ່ອນການໄປປ່ອນບັດຊີ້ໃຫ້ເຫັນວ່າ, ຝ່າຍເຫັນດີປັບປຸງລັດຖະທຳມະນູນ ຈະຍາດໄດ້ໄຊຊະນະຢ່າງວຸດວິດຕໍ່ຝ່າຍຄັດຄ້ານ. ໝາກຜົນດັ່ງກ່າວຈະສ້າງເງື່ອນໄຂໃຫ້ທ່ານປະທານາທິບໍດີ Erdogan ດຳລົງຕຳແໜ່ງຢ່າງໜ້ອຍສຸດແມ່ນຮອດປີ 2029. ຕາມແຜນການ, ບັນດາສະຖານທີ່ປ່ອນບັດຈະອັດປະຕູໃນເວລາ 5 ໂມງຂອງວັນດຽວກັນ.