ຜູ້ມີສິດເລືອກຕັ້ງລັດເຊຍ ເລີ່ມໄປປ່ອນບັດເລືອກຕັ້ງ ດູມາແຫ່ງຊາດລັດເຊຍ

  ວັນ​ທີ 4/12, ຜູ້​ມີ​ສິດ​ເລືອກ​ຕັ້ງລັດ​ເຊຍ​ໄດ້​ໄປ​ປ່ອນ​ບັດ​ເລືອກຕັ້ງດູ​ມາ​ແຫ່ງ​ຊາດ​ລັດ​ເຊຍ ຫລືສະພາ​ຕ່ຳ​ລັດ​ເຊຍ ອາຍຸ​ການ 2012-2017. ບັນດາ​ສຳນັກ​ຂ່າວສານ​ລັດ​ເຊຍ​ໃຫ້​ຂ່າວ​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງລັດ​ເຊຍ​ປະມານ 76 ລ້ານ​ຄົນ ​ໃນ​ຈຳນວນຜູ້​ມີ​ສິດ​ເລືອກ​ຕັ້ງລັດ​ເຊຍ​ 110 ລ້ານ​ຄົນ ​​ໄດ້ໄປ​ສະຖານ​ທີ່​ເລືອກ​ຕັ້ງພາຍ​ໃນ​ປະ​ເທດ 94.000 ​ແຫ່ງ ​ແລະ​ສະຖານ​ທີ່​ເລືອກ​ຕັ້ງ 370 ​ແຫ່ງ​ຢູ່​ໃນ​ກ່ວາ 140 ປະ​ເທດ ​ເພື່ອ​ປະຕິບັດ​ພັນທະ​ພົນລະ​ເມືອງ​ຂອງ​ຕົນ. ບັນດາ​ສະຖານ​ທີ່​ປ່ອນ​ບັດ​ປິດ​ປະຕູ​ໃນ​ເວລາ 24 ​ໂມງ​ຂອງ​ວັນ​ທີ 4/12 ຕາມ​ເວລາ​ຮ່າ​ໂນ້ຍ. ປີ​ນີ້, ມີ 7 ພັກ​ການ​ເມືອງ​ເຂົ້າຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງຢູ່​ສະພາ​ຕ່ຳ​ລັດ​ເຊຍ, ລວມ 450 ທີ່​ນັ່ງ. ຫລາຍ​ຄຳ​ເຫັນ​ຖື​ວ່າ ພັກ​ປະ​ເທດ​ລັດ​ເຊຍ​ເອກະ​ພາບອາດ​ຈະ​ຍາດ​ໄດ້​ຮັບໄຊຊະນະ​ໃນການເລືອກຕັ້ງສະພາ​ຕ່ຳ​ລັດ​ເຊຍ ຊື່​ງຈະ​ເປີດ​ຊ່ອງ​ທາງ​ໃນ​ການ​ຮັບ​ໄຊຊະນະ​ຂອງ​ຜູ້ອອກ​ສະໝັກ​ຮັກ​ເລືອກ​ຕັ້ງຂອງ​ພັກ​ນີ້ ​ໃນ​ການ​ເລືອກ​ຕັ້ງປະທາ​ນາ​ທິບໍດີ​ລັດ​ເຊຍ​ໃນຕົ້ນ​ເດືອນ​ມີນາ​ປີ 2012. ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ​ເຖິງ​ວ່າທ່ານ​ນາຍົກລັດຖະມົນຕີ V.Putin  ​ແລະ​ປະທານາທິບໍດີ D.Metvedev ອາດ​ຈະ​ປ່ຽນ​ຕຳ​ແໜ່​ງ​ໃຫ້​ແກ່​ກັນ​ກໍ່ຕາມ, ​ແຕ່​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ​ແນວທາງ​ພັດທະນາ​ຂອງປະ​ເທດ​ລັດ​ເຊຍ ຍັງ​ຈະ​ແມ່ນ​ແນວທາງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ແລະ​ນີ້​ແມ່ນ​ສິ່ງ​ສຳຄັນ ຊ່ວຍ​ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ລັດ​ເຊຍ ກໍ່​ຄື​ເກັ້ຍກ່ອມ​ບັນດາ​ນັກ​ລົງທຶນ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ