ຜູ້ມີສິດເລືອກຕັ້ງອີຢີບເລີ່ມຕົ້ນການປ່ອນບັດກ່ຽວກັບລັດຖະທຳມະນູນສະບັບໃຫມ່

ຜູ້ມີສິດເລືອກຕັ້ງອີຢີບເລີ່ມຕົ້ນການປ່ອນບັດກ່ຽວກັບລັດຖະທຳມະນູນສະບັບໃຫມ່ - ảnh 1
ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 52,7 ລ້ານ​ຄົນ​ໄດ້​ຈົດ​ທະບຽນ​ໄປ​ປ່ອນ​ບັດ


vovworld)- ຮຸ່ງ​ເຊົ້າ​ວັນ​ທີ 14/1, ປະຊາຊົນ ອີ​ຢີບ ​ໄດ້​ເຕົ້າ​ໂຮມກັນ​ຢູ່​ບັນດາ​ສະຖານ​ທີ່​ປ່ອນ​ບັດ. ການ​ກະທຳ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ ອີ​ຢີບ ​ເຖິງ​ສະພາບ​ການ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ກໍ​ຄື​ຄວາມ​ມຸ່ງ​ຫວັງ​ອັນ​ໃຫຍ່​ຫລວງ​ຂອງ​ເຂົາ​ເຈົ້າ​​ແມ່ນຫລຸດ​ພົ້ນ​ອອກ​ຈາກ​ວິ​ກິດ​ການ​ທີ່​ຮ້າຍ​ແຮງ ​ແລະ ສະພາບ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ທີ່​ແກ່ຍາວ​ໃນ​ຕະຫລອດ 3 ປີຜ່ານມາ. ຕາມ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ​ອີ​ຢີບ​ແລ້ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 52,7 ລ້ານ​ຄົນ​ໄດ້​ຈົດ​ທະບຽນ​ໄປ​ປ່ອນ​ບັດ. ມີ​ສະຖານ​ທີ່​ປ່ອນ​ບັດ​ກວ່າ 30.300 ​ບ່ອນ​ໃນ​ທົ່ວປະ​ເທດ​ໄດ້​ເປີດ​ປະຕູ​ນັບ​ແຕ່ 9 ​ໂມງ​ເຊົ້າ​ຮອດ 9 ​ໂມງ​ຄຳ່​ໃນ​ວັນ​ທີ 14-15/1. ມີ​ຜູ້​ພິພາກສາ​ຢ່າງ​ຫນ້ອຍ​ສຸດ 14.000 ທ່ານ, ນັກ​ສັງ​ເກດ​ການ​ເກືອບ 7.000 ທ່ານ​ມາ​ຈາກ​ 59 ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ພ້ອມ​ກັບ ອົງການ​ສາກົນ 7 ​ແຫ່ງ​ຄື: ສະຫະພັນ ອາຣັບ ​ແລະ ສະຫະພາບ​ເອີ​ລົບ ​ເຂົ້າ​ຮ່ວມ​ການ​ຕິດ​ຕາມ​ກວດກາ​ວິວັດ​ການ​ປ່ອນ​ບັດ.

ບັນດາ​ເຈົ້າ​ຫນ້າ​ທີ່ ອີ​ຢີບ ​ໄດ້​ຜັນ​ຂະຫຍາຍ​ບັ້ນ​ຮົບ​ປ້ອງ​ກັນ​ຄວາມ​ສະຫງົບ​ປອ​ດ​ໄພ​ຄັ້ງ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ເພື່ອ​ປົກປັກ​ຮັກສາ​ບັນດາ​ສະຖານ​ທີ່​ປ່ອນ​ບັດ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ ຕໍ່​ໄພ​ອາດ​ຈະ​ເກີດ​ການ​ບຸກ​ໂຈມ​ຕີ​ຂອງບັນດາກຳລັງ​ຊາວມຸດ​ສະລິ​ມຫົວ​ຮຸນ​ແຮງກໍ​ຄື​ບັນດາ​ການ​ເຄື່ອນ​ໄຫວ​ແຫ່​ຂະ​ບວນປະ​ທ້ວງ​ກໍ່​ຄວາມ​ວຸນວາຍ​ຂອງ​ຝ່າຍ​ອິດສະ​ລາມ​ທີ່ສະຫນັບສະຫນູນ ທ່ານ Mosri.

ຂ່າວ/ບົດ​ອື່ນ