ຜູ້ມີສິດເລືອກຕັ້ງເຫັນດີເຫັນພ້ອມກັບວາລະໄຂກອງປະຊຸມສະພາແຫ່ງຊາດ

ຜູ້ມີສິດເລືອກຕັ້ງເຫັນດີເຫັນພ້ອມກັບວາລະໄຂກອງປະຊຸມສະພາແຫ່ງຊາດ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດຖະມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີບົດ​ລາຍ​ງານ​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ

(vovworld)- ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ເມື່ອ​ຕອນ​ເຊົ້າ​ວັນ​ທີ 20/5 ຢູ່​ຮ່າ​ໂນ້ຍ, ບົດ​ລາຍ​ງານ​ຕີ​ລາ​ຄາ​ເພີ່ມ​ເຕີມ​ໝາກ​ຜົນ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2015 ຂອງ​ລັດ​ຖະ​ບານ​ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດຖະມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ ໄດ້​ຮັບ​ຄວາມ​ສັນ​ໃຈ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ລຸງ ຫງວຽນ​ວັນ​ກາຍ ຢູ່ ເມືອງ ກູ​ຈີ ນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ :

    “ ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຄົບ​ຖ້ວນ​ພໍ​ສົມ​ຄວນ, ຊຶ່​ງໄດ້​ເພີ່ມ​ເຕີມຫຼາຍ​ຂໍ້​ມູນ​ຂ່າວ​ສານ​ທີ່​ສຳ​ຄັນ ຊ່ວຍ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ກຳ​ແໜ້ນ​ສະ​ພາບ​ການ​ເສດ​ຖະ​ກິດ-ສົງ​ຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປີ​ຜ່ານ​ມາ. ຂ້າ​ພະ​ເຈົ້າປາດ​ຖະ​ໜາ​ວ່າ ໃນ​ຊຸມ​ເດືອນ​ທີ່​ຍັງ​ເຫຼືອ​ຂອງ​ປີ 2015 ແລະ ຕົ້ນ​ປີ 2016, ລັດ​ຖະ​ບານ​ຈະ​ເພີ່ມ​ທະ​ວີ​ການ​ບໍ​ລິ​ຫານ​ເພື່ອ​ມີ​ວິ​ທີ​ແກ້​ໄຂ​ແບບ​ບຸກ​ທະ​ລຸ ເພື່ອຊ່ວຍສະ​ພາບ​ເສດ​ຖະ​ກິດ​-ສັງ​ຄົມຂອງ​ປະ​ເທດ​ຊາດ​ໃຫ້​ນັບ​ນັບ​ດີກວ່າ ”

     ສ່ວນ​ທ່ານ ວູ້​ແອງ​ຕ້ວນ, ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ຄອມ​ພິວ​ເຕີ ນະ​ຄອນ​ໂຮ່​ຈິ​ມິນ ຫວັງ​ວ່າ :

    “ ປີນີ້, ພື້ນ​ຖານ​ເສດ​ຖະ​ກິດ​ໄດ້​ດີ​ຂຶ້ນ ຊຶ່ງ​ສະ​ແດງ​ອອກ​ຜ່ານ​ລະ​ດັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ໄຕ​ມາດ​ທີ 1, ຜ່ານ​ສະ​ໄໝ​ປະ​ຊຸມ​ຄັ້ງ​ນີ້, ພວກ​ຂ້າ​ພະ​ເຈົ້າ​ປາ​ດຖະ​ໜາ​ວ່າ ສະ​ພາ​ແຫ່ງ​ຊາດ​ຈະ​ມີ​ລັດ​ຖະ​ນະ​ໂຍ​ບາຍຫຼາຍກວ່າ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ພັດ​ທະ​ນາ, ປັບ​ປຸງ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ ”

ຂ່າວ/ບົດ​ອື່ນ