ຜູ້ມີອຳນາດເຕັມແຫ່ງນິວຊີແລນ ຢ້ຽມຢາມທາງ​ລັດຖະກິດຫວຽດນາມ

ຜູ້ມີອຳນາດເຕັມແຫ່ງນິວຊີແລນ ຢ້ຽມຢາມທາງ​ລັດຖະກິດຫວຽດນາມ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ແລະ
ທ່ານ Jerry Mateparae ຜູ້​ມີອຳນາດ​ເຕັມ​ແຫ່ງ​ ​ນິວຊີ​ແລນ
(ພາບ: tgvn.com.vn)


(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ, ທ່ານ Jerry Mateparae ຜູ້​ມີອຳນາດ​ເຕັມ​ແຫ່ງ​ ​ນິວຊີ​ແລນ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ເດີນ​ທາງ​ມາ​ຮອດ​ຮ່​າໂນ້ຍ ​ເລີ່​ມຕົ້ນການ​ຢ້ຽມຢາມທາງ​ລັດຖະກິດ ​ຫວຽດນາມ ​ແຕ່​ວັນ​ທີ 3-8/8/2013. ພິທີ​ຕ້ອນຮັບ​ຜູ້​ມີອຳນາດ​ເຕັມ​ແຫ່ງ​ປະ​ເທດ​ນິວຊີ​ແລນ Jerry Mateparae ແລະ ​ພັນ​ລະ​ຍາ​​ຖືກ​ຈັດ​ຂຶ້ນ​ຢ່າງ​ສົ​ມກຽດ​ເມື່ອ​ຕອນ​ເຊົ້າວັນ​ທີ 5/8 ຢູ່​ຮ່າ​ໂນ້ຍ. ພາຍ​ຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ​ແລະ ຜູ້​ມີອຳນາດ​ເຕັມ​ແຫ່ງ​ປະ​ເທດ​ນິວຊີ​ແລນ Jerry Mateparae ​ໄດ້​ດຳ​ເນີນ​ການ​ເຈລະຈາ.

        ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕິ​ນຊາງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຜູ້​ມີອຳນາດ​ເຕັມ​ແຫ່ງ​ປະ​ເທດ​ນິວຊີ​ແລນ Jerry Mateparae ຈະ​ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ທີ່​ມີ​ຢູ່​ແລ້ວ​ລະຫວ່າງ 2 ປະ​ເທດຍິ່ງກວ່າ​ອີກ​. ​ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ການ​ນຳ 2 ທ່ານ ​ໄດ້​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ການ​ສົມທົບ​ກັນ ​ແລະ ຮ່ວມ​ມື​ຢ່າງ​​ແໜ້ນ​ແຟ້ນລະຫວ່າງ 2 ປະ​ເທດ ທີ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ຄື: ASEAN, EAS, ARF... ກໍ່​ຄື​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມືຂ້າມ​ປາຊີ​ຝີ​ກ (TPP). ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ 2 ທ່ານ​ໄດ້​ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ສັນຕິ​ພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ຄວາມ​ເສລີ​​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ແກ້​ໄຂ​ການ​ພິດພາດ​​ໂດຍ​ສັນຕິ​ວິທີ; ​ເຄົາລົບ​ກົດໝາຍ​ສາກົນ ​ໃນ​ນັ້ນ​ແມ່ນ​ສັນ​ທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS), ປະຕິບັດ​ຖະ​ແຫຼ​ງການຮ່ວມ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ບັນລຸ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ພາຍຫຼັງ​ການ​ເຈລະຈາ, ການ​ນຳ 2 ທ່ານ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໂຄງການ​ເຄື່ອນ​ໄຫວ​ຫວຽດນາມ - ​ນິວຊີ​ແລນ ​ໄລຍະ 2012 – 2016, ສັນຍາ​ຫຼິກ​ເວັ້ນການ​ເກັບ​ພາສີ 2 ​ເທື່ອ. ທີ່​ການ​ພົບ​ປະ​ກັບ​ວົງ​ການນັກ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ຢ້ຽມຢາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​ໃຫ້​ຮູ້​ວ່າ.

        “2 ຝ່າຍ​ໄດ້​ເຕື້ອງ​ເຖິງ​ຫຼາຍ​ບັນຫາ​ສຳຄັນ ​ແລະ ວາງ​ອອກ​ບັນດາ​ທິດ​ທາງ​ໃຫຍ່​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ຈາກ​ການ​ເມືອງ ​ຕະຫຼອດ​ຮອດ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮ່ວມ​ມື​ດ້ານການ​ຄ້າ​ ການ​ລົງທຶນ ກໍ​ຄື​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ກ່ຽວ​ກັບ​ດ້ານ​ການ​ເມືອງ, 2 ຝ່າຍ​ເຫັນ​ດີ​ຮັກສາ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ພົບ​ປະ​ຂັ້ນ​ສູງ ກໍ​ຄື​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ. 2 ຝ່າຍ​ໄດ້​ເຫັນ​ດີ​ບັນລຸ​ວົງ​​ເງິນການ​ຄ້າສົ່ງ​ອອກ 2 ຝ່າຍ 1 ຕື້ USD ​ໃນ​ປີ 2015. 2 ຝ່າຍ​ຕີ​ລາຄາ​ສູງ​ເລື່ອງ 2 ປະ​ເທດ​ສືບ​ຕໍ່​ສະ​ໜັບສະ​ໜູນ​ເຊິ່ງກັນ​ແລະ ກັນ ​ໃນ​ການ​ອອກ​ສະໝັກ​​ເຂົ້າ​ເປັນ​ສະມາຊິກສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ຫວຽດນາມ ອາຍຸ​ການ 2020 – 2021 ​ແລະ ​ນິວຊີ​ແລນ ອອກ​ສະໝັກ​ເປັນ​ສະມາຊິກ​ໃນ​ອາຍຸ​ການ 2014 - 2015”.

  ໃນຕອນບ່າຍວັນທີ 5/8, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ກໍໄດ້ໃຫ້ການຕ້ອນຮັບ ທ່ານ Jerry Mateparae ຜູ້​ມີອຳນາດ​ເຕັມ​ແຫ່ງ​ ​ນິວຊີ​ແລນ. ທ່ານ Jerry Mateparae ຜູ້​ມີອຳນາດ​ເຕັມ​ແຫ່ງ​ ​ນິວຊີ​ແລນ ຢືນຢັນວ່າ ​ນິວຊີ​ແລນ ຖືເປັນສຳຄັນການຊຸກຍູ້ ການພົວພັນ ຄູ່ຮ່ວມມື ຮອບດ້ານກັບຫວຽດນາມໃນທຸກຂົງເຂດຄື ການເມືອງ, ເສດຖະກິດ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ວັດທະນະທຳ, ການສຶກສາ.......ພ້ອມທັງ ສະແດງຄວາມຫວັງວ່າ 2 ປະເທດຈະສືບຕໍ່ຮ່ວມມື ເປັນຢ່າງດີ​ໃນ​ບັນດາ​ເວ​ທີ່​ປາ​ໄສ​ຫຼາຍ​ຝ່າຍ ລະດັບ​ພາກ​ພື້ນ ​ແລະ ສາກົນ. ສ່ວນ ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ສະ​ເໜີ 2 ຝ່າຍ​ຈົ່ງນຳ​ໃຊ້​ບັນດາ​ເງື່ອນ​ໄຂ​ສະດວກ​ໂດຍ​ສັນຍາ​ການ​ຄ້າ​ເສລີ​ ອາ​ຊຽນ - ອົດ​ສະ​ຕາ​ລີ ​ແລະ ນິຊີ​ແລນ​ນຳ​ມາ​ເຊິ່ງ, ສູ້​ຊົນ​ບັນລຸ​ຈຸດໝາຍ​ເພີ່ມ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ​ລະດັບ 1 ຕື້ USD ​ໃນ​ປີ 2015 ​ແລະ ອື່ນໆ.

    ​ແລະ ກໍ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ Jerry Mateparae ຜູ້​ມີອຳນາດ​ເຕັມ​ແຫ່ງ​ ​ນິວຊີ​ແລນ ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ຫງວຽນ​ຊິງ​ຮຸ່ງ​ຢ່າງສະໜິດສະໜົມ 



ຂ່າວ/ບົດ​ອື່ນ