ຜູ້ສະໝັກຮັບເລືອກຕັ້ງ Le Pen ຮ່ວມສຳພັນກັບການນຳພັກ “ປະເທດ ຝຣັ່ງ ລູກຂຶ້ນ”
ທ່ານ Dupont – Aignan ແລະ ທ່ານນາງ Marine Le Pen
(ພາບ: AFP/TTXVN)
|
(vovworld) – ຜູ້ສະໝັກຮັບເລືອກຕັ້ງຂອງພັກຝ່າຍຂວາ Marine Le Pen ຫາກໍ່ເຊັນຂໍ້ຕົກລົງ “ສຳພັນທະມິດຮັກຊາດ ແລະ ສາທາລະນະລັດ” ກັບທ່ານ Nicolas Dupont Aignan, ປະທານພັກ “ປະເທດ ຝຣັ່ງ ລູກຂຶ້ນ” (DLF), ອະດິດແມ່ນຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ຝຣັ່ງ ທີ່ຍື່ນອັນດັບທີ 6 ໃນການເລືອກຕັ້ງຮອບທີ 1 ຜ່ານມາ. ຂໍ້ຕົກລົງລວມມື 6 ຄຳໝັ້ນສັນຍາເຊິ່ງສື່ມວນຊົນ ຝຣັ່ງ ໄດ້ຕີລາຄາແມ່ນມີລັກສະນະ “ມີພຶດຕະກຳຕົວຈິງ” ສູງ, ຍ້ອນວ່າມັນໄດ້ສະແດງໃຫ້ເຫັນຄວາມປະນິປະນອມຂອງແຕ່ລະຝ່າຍຢ່າງແນ່ນອນ. ລະອຽດຄື, ເລື່ອງນຳປະເທດຝຣັ່ງ ອອກຈາກເຂດນຳໃຊ້ສະກຸນເງິນ ເອີໂຣລວມ ບໍ່ແມ່ນວ່າບຸລິມະສິດແຖວໜ້າ, ຮັກສາແຜນນະໂຍບາຍເນລະເທດຊາວອົບພະຍົບຜິດກົດໝາຍ ແລະ ຍົກສູງຄຸນສົມບັດດ້ານການເມືອງ ເພື່ອແນໃສ່ຕ້ານຄືນການປະທະກັນ. ຕາມຂໍ້ຕົກລົງແລ້ວ, ທ່ານນາງ Le Pen ໃຫ້ຄຳໝັ້ນສັນຍາຈະແຕ່ງຕັ້ງທ່ານ Dupont – Aignan ເປັນນາຍົກລັດຖະມົນຕີ ຖ້າຫາກທ່ານນາງໄດ້ຮັບໄຊຊະນະໃນຮອບເລືອກຕັ້ງທີ 2 ເຊິ່ງຈັດຕັ້ງໃນວັນທີ 7/5 ຈະມາເຖິງ. ສື່ມວນຊົນ ຝຣັ່ງ ຮັບຮູ້ເລື່ອງ ປັບປຸງທັດສະນະຢ່າງມີໄຫວພິບຈະຊ່ວຍໃຫ້ທ່ານນາງ Marine Le Pen ຍາດໄດ້ໃບສະໜັບສະໜູນຫຼາຍກ່ວາໃນຮອບເລືອກຕັ້ງທີ 2.