ຜູ້ອຳນວຍການໃຫຍ່WTOຕີລາຄາສູງຜົນງານດ້ານເສດຖະກິດ-ສັງຄົມຂອງຫວຽດນາມ

ຜູ້ອຳນວຍການໃຫຍ່WTOຕີລາຄາສູງຜົນງານດ້ານເສດຖະກິດ-ສັງຄົມຂອງຫວຽດນາມ - ảnh 1
ທ່ານ ເຢືອງ​ຈີ​ຢຸງ ແລະ ທ່ານ ທ່ານ Roberto Azevedo
(ພາບ: Hoàng Hoa/TTXVN)

(vovworld)- ​ ​ວັນ​ທີ 24/11, ທ່ານ ເຢືອງ​ຈີ​ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ, ອົງ​ການ​ການ​ຄ້າ​ໂລກ (WTO)  ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນ ປະ​ຈຳ​ເຊີ​ແນວ ໄດ້​ມີ​ການ​ພົບ​ປະ​ກັບ​ ທ່ານ Roberto Azevedo ​ຜູ້ອຳ​ນວຍ​ການ​ໃຫຍ່ WTO ເພື່ອ​ຍື່ນ​ສານ​ຕາ​ຕັ້ງ. ທີ່​ການ​ພົບ​ປະ, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງ​ຈີ​ຢຸງ ຢັ້ງ​ຢືນ​ ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ຂອງ​ຫວຽດ​ນາມ ໃນ​ການ​ສືບ​ຕໍ່​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ, ຫັນ​ການ​ຄ້າເປັນ​ເສ​ລີ ​ເຊື່ອມ​ໂຍງເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ ​ ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງກ່​ວາ​. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ່​ຢັ້ງ​ຢືນ ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ຂອງ​ຫວຽດ​ນາມ ສຳ​ລັບ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ ແລະ ​​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດຂອງ​ຕົນ ເພື່ອ​ປະ​ກອບ​ສ່ວນ ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ WTO. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງ​ຈີ​ຢຸງ ສະ​ແດງ​ຄ​ວາມ​ປາດ​ຖະ​ໜາ ຢາກ​ສືບ​ຕໍ່​ໄດ້​ຮັບຄຳ​ປຶກ​ສາ ຂອງ​ຄະ​ນະ​ເລ​ຂາ​ ແລະ ຜູ້​ອຳ​ນວຍ​ການ​ໃຫຍ່ WTO ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ກາ​ນ​ຄ້າ​ຂອງ​ຫວຽດ​ນາມ, ສະ​ເໜີ​ຄະ​ນະ​ເລ​ຂາ ແລະ ທ່ານ ຜູ້​ອຳ​ນວຍ​ການ​ໃຫຍ່ ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ, ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ວິ​ວັດ​ທະ​ນາ​ການກໍ່​ສ້າງ ແລະ ປັບ​ປຸງກອບ​ນິ​ຕິ​ກຳ ກ່ຽວ​ກັບ​ເສດ​ຖະ​ກິດ-ການ​ຄ້າ ໃຫ້​ສົມ​ບູນ​ແບບ, ໃນ​ການ​ບຳ​ລຸງ​ສ້າງ​ຍົກ​ສູ​ງ​ກຳ​ລັງ​ຄວາມ​ສາ​ມາດ​ ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາຫຼາຍ​ຝ່າຍ ແລະ ແກ້​ໄຂ​ການ​ຂັດ​ແຍ່ງ​ກັນ.

        ສ່ວນ​​ ທ່ານ Roberto Azevedo ​ຜູ້ອຳ​ນວຍ​ການ​ໃຫຍ່ WTO ສະ​ເໜີ​ຫວຽດ​ນາມ​ ສືບ​ຕໍ່​ໜູນ​ຊ່ວຍ ແລະ ສົມ​ທົບ​ກັບ​ຄະ​ນະ​ເລ​ຂາ WTO ໃນ​ການ​ຍົກ​ອອກ​ບັນ​ດາ​ຂໍ້​ສະ​ເໜີ​ແນະ ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາຫຼາຍ​ຝ່າຍ, ກໍ່​ຄື​ບັນ​ດາ​ຂໍ້​ລິ​ເລີ່ມ​ໃຫ້ກ່​ບັນ​ດາ​ບັນ​ຫາ​ທີ່​ເກີດ​ຂື້ນ​ ໃນ​ການ​ຄ້າສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ