ຜະລິດຕະພັນກະເສດ,ສິນໃນນ້ຳຫວຽດນາມເຂົ້າຮ່ວມ“ຕະຫຼາດສາກົນ”FOODEX2014

ຜະລິດຕະພັນກະເສດ,ສິນໃນນ້ຳຫວຽດນາມເຂົ້າຮ່ວມ“ຕະຫຼາດສາກົນ”FOODEX2014 - ảnh 1
ຮ້ານວາງສະແດງຂອງຫວຽດນາມ ທີ່ງານຕະຫຼາດນັດ
(ພາບ: vietnamplus.vn)


(vovworld) – ບັນດາຜະລິ​ດຕະພັນ​ກະ​ເສດ, ສິນ​​ໃນ​ນ້ຳ ຫວຽດນາມ ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອຄອງຕະຫຼາດ ຍີ່ປຸ່ນ. ນັ້ນ​ແມ່ນ​ການ​ຕີ​ລາຄາ​ຂອງ​​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ຄຸ້ມ​ຄອງ ຫວຽດນາມ ​ເກືອບ​ທັງ​ໝົດເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ສາກົນ​ທັນ​ຍາ​ຫານ ​ແລະ ​ເຄື່ອງ​ດື່ມ FOODEX 2014 ​ຖືກ​ຈັດ​ຂຶ້ນ​ຢູ່​ສູ​ນວາງສະ​ແດງ Makuhari, ທີ່​ເມືອງ Chiba ຂອງ ຍີ່ປຸ່ນ ​ແຕ່​ວັນ​ທີ 4 – 7/3. ຫວຽດນາມ ມີ 14 ​ວິ​ສາ​ຫະກິດ ​ແລະ ສະຫະ​ສະມາຄົມ ​ໄດ້​ວາງສະ​ແດງ​ສິນຄ້າ​ທີ່​ອຸດົມສົມບູນ​ດ້ວຍ​ສິນຄ້າ​ປະ​ເພດ​ຕ່າງໆ​ຄື: ໝາກ​ໄມ້, ສິນ​ໃນ​ນ້ຳ, ໝາກມ່ວງ​ຫິມະພານ.​​..​ ບັນດາ​ຜະລິດ​ຕະພັນ​ໄດ້​ຮັບ​ການ​ວາງສະ​ແດງ​ຢ່າງ​ງາມ​ຕາ, ດຶງ​ດູດ​ແຂກ​ມາ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫຼາຍ. ຫົວ​ຂໍ້​ພົ້ນ​ເດັ່ນ​ຂອງ​ບັນດາ​ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ ​ແມ່ນ “ຜະລິດ​ຕະພັນ​ກະ​ເສດ, ​ສິນ​ໃນ​ນ້ຳຂອງ ຫວຽດນາມ - ​ເປັນ​ເອກະລັກ​ສະ​ເພາະ, ສະອາດ ​ແລະ ​ປອດ​ໄພ”. ​ເລື່ອງ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້ ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຮັກສາ​ການ​ພົວພັນ​ກັບ​ຄູ່​ຄ້າ, ກັບ​ບັນດາ​ນັກ​ນຳ​ເຂົ້າ ຍີ່ປຸ່ນ ​ແລະ ຕະຫຼາດ ອາຊີ, ຂະຫຍາຍປະ​ເພດ​ສິນຄ້າ​ສົ່ງ​ອອກ​ໃໝ່, ​ເຊັນ​ສັນຍາ​ສົ່ງ​ອອກ​ທີ່​ມີ​ມູນ​ຄ່າ​ສູງ ​ໂຄສະນາ​​ອາຫານ​ການ​ກິນ​ຂອງ ຫວຽດນາມ ​ແລະ ບັນດາ​ຜະລິດຕະ​ພັນ​ກະ​ເສດ, ສິນ​​ໃນ​ນ້ຳຈາກ ຫວຽດນາມ.

ຂ່າວ/ບົດ​ອື່ນ