​ຜູ້​ແທນ​ປະ​ຊາ​ຊົນເພດ​ຍິງປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

(VOVWORLD) -ການຄົ້ນຄ້ວາໄດ້ຮັບການປະຕິບັດດ້ວຍການເຂົ້າຮ່ວມຕອບບັດສອບຖາມ ຂອງ ສະມາຊິກສະພາແຫ່ງຊາດຊຸດທີ XIV 248 ທ່ານ (50% ຈຳນວນສະມາຊິກສະພາແຫ່ງຊາດ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 136 ທ່ານ ຂອງ 3 ແຂວງ ແລະ ນະຄອນ ສັງກັດສູນກາງຄວບຄຸມລວມມີ: ຮ່າໂນ້ຍ, ບິ່ງເຟືອກ ແລະ ເກິ່ນເທີ.
​ຜູ້​ແທນ​ປະ​ຊາ​ຊົນເພດ​ຍິງປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 1ການນຳພັກ, ລັດ ຫວຽດນາມ ຖ່າຍຮູບພ້ອມກັບສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ XIV (ພາບ: TTXVN)

ຕອນເຊົ້າວັນທີ 19 ພຶດສະພາ, ອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ ຫວຽດນາມ, ຄະນະປະຕິບັດວຽກງານສະມາຊິກສະພາແຫ່ງຊາດ ຂຶ້ນກັບຄະນະປະຈຳສະພາແຫ່ງຊາດ, ມາຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ (ມະຫາວິທະຍາໄລຮ່າໂນ້ຍ) ໄດ້ສົມທົບກັນຈັດຕັ້ງການປະຖະກະຖາທາງອອນລາຍ ກ່ຽວກັບໝາກຜົນຂອງການຄົ້ນຄ້ວາ “ບົດບາດ, ການເຄື່ອນໄຫວ ແລະ ປະກອບສ່ວນຂອງຜູ້ຕາງໜ້າປະຊາຊົນເພດຍິງ ຫວຽດນາມ ໄລຍະເວລາ 2016 - 2021”. ໝາກຜົນຂອງການຄົ້ນຄ້ວາສະແດງຫຼັກຖານພຶດຕິກຳຕົວຈິງກ່ຽວກັບການປະກອບສ່ວນຂອງຜູ້ແທນປະຊາຊົນເພດຍິງ ແລະ ສະມາຊິກສະພາປະຊາຊົນເພດຍິງ ເຂົ້າໃນການພັດທະນາເສດຖະກິດ, ສັງຄົມ ແລະ ການເມືອງຂອງປະເທດຊາດ ໃນຕະຫຼອດໄລຍະ 5 ປີຜ່ານມາ.

ການຄົ້ນຄ້ວາໄດ້ຮັບການປະຕິບັດດ້ວຍການເຂົ້າຮ່ວມຕອບບັດສອບຖາມ ຂອງ ສະມາຊິກສະພາແຫ່ງຊາດຊຸດທີ XIV 248 ທ່ານ (50% ຈຳນວນສະມາຊິກສະພາແຫ່ງຊາດ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ 136 ທ່ານ ຂອງ 3 ແຂວງ ແລະ ນະຄອນ ຂຶ້ນກັບສູນກາງລວມມີ: ຮ່າໂນ້ຍ, ບິ່ງເຟືອກ ແລະ ເກິ່ນເທີ. ທ່ານ ສາດສະດາຈານ, ປ.ອ ຟ້າມກວາງມິງ ຫົວໜ້າຄະນະຄົ້ນຄວ້າ ໄດ້ເນັ້ນໜັກວ່າ ໝາກຜົນຂອງການຄົ້ນຄ້ວາສະແດງໃຫ້ເຫັນວ່າ ຜູ້ແທນປະຊາຊົນເພດຍິງ ອາຍຸການ 2016 – 2021 ໄດ້ປະກອບສ່ວນເທົ່າທຽມກັບຜູ້ແທນປະຊາຊົນເພດຊາຍ, ຊ້ຳບໍ່ໜຳອາດຈະມີສ່ວນພົ້ນເດັ່ນກ່ວາໃນບາງຂົງເຂດ, ໃນວິວັດການປະຕິບັດໜ້າທີ່ເປັນຜູ້ແທນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ