ບັນດາຜູ້ແທນສາກົນທີ່ເຂົ້າຮ່ວມ IPU 132 |
(vovworld)- ໃນຂອບເຂດການເຄື່ອນໄຫວຂອງກອງປະຊຸມສະຫະພັນລັດຖະສະພາສາກົນ 132 (IPU 132 ), ວັນທີ 30/3 ໄດ້ດຳເນີນບັນດາກອງປະຊຸມຂອງຄະນະກຳມາທິການປະຈຳກ່ຽວກັບສັນຕິພາບ ແລະ ຄວາມສະຫງົບສາກົນ, ກອງປະຊຸມຄົບຄະນະປຶກສາຫາລືກ່ຽວກັບຫົວຂໍ້ທີ່ຮີບດ່ວນ, ກອງປະຊຸມ ຄະນະກຳມາທິການປະຈຳກ່ຽວກັບປະຊາທິປະໄຕ ແລະ ສິດທິມະນຸດ. ເມື່ອຕີລາຄາກ່ຽວກັບວາລະປຶກສາຫາລືຮ່າງມະຕິ “ກົດໝາຍສາກົນໃນບັນຫາອະທິປະໄຕແຫ່ງຊາດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ສິດທິມະນຸດ”, ທ່ານນາງ Dagmar Freitag ສະມາຊິກລັດຖະສະພາເຢັຍລະມັນ ຖືວ່າ :
“ ບັນຫາປະຊາທິປະໄຕ ແລະ ສິດທິມະນຸດໃນໄລຍະນີ້ ແມ່ນຈຳເປັນທີ່ສຸດ. ຢູ່ຫຼາຍພາກພື້ນ ແລະ ໃນໂລກ, ຍັງມີປະຊາຊົນບໍ່ໄດ້ດຳລົງຊີວິດໃນສັນຕິພາບ, ແຕ່ລະມື້ຕ້ອງຮັບການທໍລະມານ, ລະເມີດ ສິດທິມະນຸດ. ການເຂົ້າຮ່ວມ IPU 132ຂອງ 166 ປະເທດ ຄັ້ງນີ້ ແລະ ມະຕິທີ່ເຂົາເຈົ້າໄດ້ຮັບຮອງເອົານັ້ນ ຈະມີຄວາມສຳຄັນຕໍ່ບັນດາປະເທດທີ່ຍັງບໍ່ທັນໄດ້ຮັບປະກັນສິດທິມະນຸດໃຫ້ແກ່ປະຊາຊົນ ”
ສ່ວນທ່ານ Jose da Graca Diogo ປະທານສະພາແຫ່ງຊາດ ສ. De sao Tome ກ່າວວ່າ :
“ ນີ້ແມ່ນເນື້ອໃນທີ່ສຳຄັນ. ພວກເຮົາຄວນມີການຮ່ວມມືໃນລະດັບທົ່ວໂລກ. ເພາະສ່ວນບຸກຄົນໜຶ່ງ, ປະເທດໜຶ່ງ ແມ່ນບໍ່ສາມາດປະຕິບັດໄດ້ ແລະ ພວກເຮົາພ້ອມກັນມີໜ້າຢູ່ທີ່ນີ້ ເພື່ອແກ້ໄຂບັນຫາລວມ. ຂ້າພະເຈົ້າຖືວ່າ ຫົວເລື່ອງທີ່ຫວຽດນາມຍົກອອກມານັ້ນ, ແມ່ນມີຜົນປະໂຫຍດສຳລັບພວກເຮົາທັງໝົດ. ມັນສາມາດເຮັດໃຫ້ຄວາມຮັບຮູ້ຂອງແຕ່ລະປະເທດປ່ຽນແປງໄປ ແລະ ພວກເຮົາຄວນຮ່ວທແຮງຮ່ວມໃຈເພື່ອກະທຳ, ຮ່ວມມືຢ່າງໜັກແໜ້ນກວ່າ ”