ຜູ້ແຫ່ຂະບວນປະທ້ວງ ຢູ່ຢູແກຼນຢາກໄດ້ຮັບ ການຊ່ວຍເຫຼືອຈາກ ລັດເຊຍ


ຜູ້ແຫ່ຂະບວນປະທ້ວງ ຢູ່ຢູແກຼນຢາກໄດ້ຮັບ ການຊ່ວຍເຫຼືອຈາກ ລັດເຊຍ - ảnh 1

ສະພາບ​ການ​ຫຼັງເຫດການ​ຍິງ​ປືນ​ເມື່ອ​ວັນ​ທີ 20/4

(ພາບ: http://vtc.vn)

 (vovworld)- ວັນ​ທີ 20/4, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ພວມ​ຄວບ​ຄຸມ​ນະຄອນ Slavyansk ຢູ່ທາງ​ທິດຕາ​ເວັນ​ອອກ​ຢູ​ແກຼນ ໄດ້​ຮຽກຮ້ອງ​ໃຫ້​ລັດ​ເຊຍ​ ຈົ່ງ​ຜັນ​ຂະຫຍາຍ​ກຳລັງຮັກສາສັນຕິພາບຢູ່​ທີ່​ນີ້, ພ້ອມ​ທັງ​ປະກາດ​ຄຳ​ສັ່ງ​ສະພາວະ​ສຸກ​ເສີນ​ໃນ​ນະຄອນ​ພາຍຫຼັງ​ໄດ້​ເກີດ​ເຫດ​ການ​ຍິງ​ປືນ​ເຮັດ​ໃຫ້​ທະຫານ​ລາດ 3 ຄົນ ​ແລະ ມື​ປືນ 1 ຄົນ​ເສຍ​ຊີວິດ. ຫົວໜ້າ​ຄະນະຜູ້​ແຫ່​ຂະ​ບວນປະ​ທ້ວງຂອງ​ທ້ອງ​ຖິ່ນ, ທ່ານ Vyatcheslav Ponomarev ​ໄດ້​ເວົ້າກັບ​ວົງ​ການ​ນັກ​ຂ່າວ​ວ່າ: ທ່ານ​ສະ​ເໜີ​ໃຫ້ ປະທານາທິບໍດີລັດ​ເຊຍ V.Putin ຊັ່ງຊາ​ກ່ຽວ​ກັບການ​ສົ່ງ​ພາລະ​ກອນຮັກສາສັນຕິພາບ​ໄປ​ປົກ​ປ້ອງ ປຊຊ Slavyansk ຕໍ່ໜ້າ “ບັນດາ​ພາກສ່ວນ​ຟາດ​ຊິດ“.

   ກ່ອນ​ໜ້ານນັ້ນ 2,3 ຊົ່ວ​ໂມງ, ພວກ​ບຸກ​ໂຈມ​ຕີ​ບໍ່​ທັນ​ຮູ້​ຝ່າຍ​ໃດໄດ້​ຍິງ​ປືນ​ໃສ່​ກຳລັງ​ທະຫານ​ລາດ. ນີ້​ແມ່ນການ​ໃຊ້​ຄວາມ​ຮຸນ​ແຮງ​ຄັ້ງທຳ​ອິດ​ນັບ​ແຕ່​​ຄະນະ​ເຈລະຈາ 4 ຝ່າຍ​ລະຫວ່າງ​ສະຫະພາບ​ເອີ​ລົບ, ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ຢູ​ແກຼນ ບັນລຸ​ໄດ້​ຂໍ້​ຕົກລົງ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່ ຢູ​ແກຼນ./.

ຂ່າວ/ບົດ​ອື່ນ