ຝຶກຊ້ອມປ້ອງກັນ, ຕ້ານ ໂລກລະບາດ Ebola ຢູ່ດ່ານເຕິນເຊີນເຍີດ
(ພາບ: vov)
(vovworld)- ຕອນບ່າຍວັນທີ 17/8, ຢູ່ນະຄອນໂຮ່ຈິມິນ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຈັດການຝຶກຊ້ອມປ້ອງກັນ, ຕ້ານໂລກລະບາດ Ebola ຢູ່ດ່ານເຕິນເຊີນເຍີດ. ກໍລະນີໄດ້ຍົກອອກແມ່ນມີແຂກຜູ້ 1 ເປັນໄຂ້. ແຂກຜູ້ນີ້ຖືກເຊີນເຂົ້າກວດອາການສຸຂະພາບ, ສົ່ງໄປບ່ອນແຍກຕົວ ແລະ ຫຼັງຈາກນັ້ນຈະຖືກສົ່ງໄປໂຮງໝໍພະຍາດເຂດຮ້ອນເພື່ອປິ່ນປົວ. ບັນດາຫົວໜ່ວຍຄື: ສູນກວດກາໂລກລະບາດສາກົນ, ສະຖາບັນ Pasteur ນະຄອນ, ໂຮງໝໍເຂດຮ້ອນ, ຂະແໜງການແພດການບິນ, ຕຳຫຼວດດ່ານ, ພາສີ…ໄດ້ມີການສົມທົບກັນຢ່າງກົມກ່ຽວ ແລະ ປະຕິບັດຖືກຕ້ອງຕາມຂັ້ນຕອນທີ່ໄດ້ເອກະພາບກັນໃນຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດຢູ່ທ່າອາກາດສະຍານສາກົນເຕິນເຊີນເຍີດ. ທ່ານນາງຫງວຽນທິກິມຕຽນ, ລັດຖະມົນຕີວ່າການກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ:
“ພວກເຮົາໄດ້ຝຶກຊ້ອມດ້ວຍບັນດາກໍລະນີອາດຈະເກີດຂຶ້ນຖືກຕ້ອງຕາມຂັ້ນຕອນໄດ້ແນະນຳ. ຫວຽດນາມ ຄວນມີບັນດາສູນປິ່ນປົວຮິບດ່ວນທັງຢູ່ພາຍໃນໂຮງໝໍພະຍາດເຂດຮ້ອນ ແລະ ສະໜາມບິນເຕິນເຊີນເຍີດ. ອາດຈະໃຊ້ບັນດາຮາກຖານການແພດມໍ່ກັບສະໜາມບິນເພື່ອເປັນບ່ອນແຍກຕົວ “./.