ທ່ານປະທານາທິບໍດີ ຝຣັ່ງ Francois Hollande
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ວັນທີ 30/8, ທ່ານປະທານາທິບໍດີ ຝຣັ່ງ Francois Hollande ໃຫ້ຮູ້ວ່າ: ການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ), ເອີ້ນວ່າ Brexit, ຕ້ອງໄດ້ຮັບການປະຕິບັດສຳເລັດໃນປີ 2019 ຈະມາເຖິງ, ພ້ອມທັງຖືວ່າຄຳຕັດສິນຂອງ ລອນດອນ ທີ່ຖອນອອກຈາກ ອີຢູ ແມ່ນບໍ່ອາດປ່ຽນແປງໄດ້. ກ່າວຄຳເຫັນກັບບັນດາເອກອັກຄະລັດຖະທູດ ປະຈຳ ປາຣີ, ທ່ານປະທານາທິບໍດີ Francois Hollande ເວົ້າວ່າ: ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຕ້ອງຍົກອອກບັນດາຄຳຕັດສິນຫຍຸ້ງຍາກ ແລະ ທ່ານນາງຕ້ອງມີເວລາແຕ່ກໍ່ບໍ່ອາດໂຈະການເລີ່ມດຳເນີນລະບຽບການອອກຈາກອີຢູ ຢ່າງເປັນທາງການ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາວະທີ່ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ບໍ່ມີໜ້າທີ່ຕ້ອງທາບທາມສະພາແຫ່ງຊາດກ່ຽວກັບການປະຕິບັດມາດຕາ 50 ຂອງສົນທິສັນຍາ Lisbon ເພື່ອອອກຈາກ ອີຢູ, ແຕ່ບັນດານັກສ້າງກົດໝາຍ ອັງກິດຈະມີ “ສຽງເວົ້າ” ກ່ຽວກັບບັນຫານີ້. ກ່ອນໜ້ານັ້ນ, ສະມາຊິກສະພາແຫ່ງຊາດຝ່າຍຄ້ານບາງທ່ານໄດ້ຮຽກຮ້ອງຈັດຕັ້ງການປ່ອນບັດຢູ່ສະພາແຫ່ງຊາດກ່ຽວກັບບັນຫານີ້. ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ ອັງກິດ ກໍ່ຊີ້ແຈ້ງຄວາມມຸ່ງຫວັງຂອງປະຊາຊົນ “ຕ້ອງໄດ້ຮັບຄວາມເຄົາລົບ ແລະ ຕ້ອງໄດ້ປະຕິບັດ”.