ຝຣັ່ງຊຸກຍູ້ມະຕິໃໝ່ຂອງສະຫະປະຊາຊາດກ່ຽວກັບສັນຕິພາບຢູ່ຕາເວັນອອກກາງ
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຝຣັ່ງ Laurent Fabius
|
(vovworld) - ຝຣັ່ງໄດ້ສ້າງແຜນການເຄື່ອນໄຫວບັນດາການເຈລະຈາກ່ຽວກັບມະຕິໃໝ່ຂອງສະພາຄວາມໝັ້ນຄົງ ສປຊ ເພື່ອແນໃສ່ຟື້ນຟູແງ່ຫວັງສັນຕິພາບລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ. ວັນທີ 27/3, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ຝຣັ່ງ Laurent Fabius ໃຫ້ຮູ້ວ່າ: ເລື່ອງປຶກສາຫາລືຮ່າງກົດໝາຍນີ້ຈະເລີ່ມຕົ້ນໃນຊຸມວັນຈະມາເຖິງ. ກ່ອນໜ້ານັ້ນ, ເດືອນ 12/2014, ສະພາຄວາມໝັ້ນຄົງ ສປຊ ປະຕິເສດມະຕິກຳນົດຈຸດເວລາສຸດທ້າຍເພື່ອບັນລຸຂໍ້ຕົກລົງສຸດທ້າຍ ແລະ ເປີດຊ່ອງທາງແກ່ການສ້າງຕັ້ງລັດ ປາແລດສະຕີນ. ສະຫະພາບ ເອີລົບ (EU) ກໍ່ພວມຄິດໄລ່ຊັ່ງຊາກໍ່ຄວາມດັ່ນເພື່ອໃຫ້ ອິດສະຣາແອນ ເຊື່ອມຕໍ່ການເຈລະຈາກັບ ປາແລດສະຕີນ. ກໍ່ໃນວັນທີ 27/3, ວົງການເຈົ້າໜ້າທີ່ ອີຢູ ໃຫ້ຮູ້ວ່າ: ແບນຊິກ ພວມຕີລາຄາບັນດາມາດຕະການໃໝ່ເພື່ອກໍ່ຄວາມດັ່ນຮຽກຮ້ອງໃຫ້ ອິດສະຣາແອນ ກັບຄືນສູ່ໂຕະເຈລະຈາສັນຕິພາບກັບ ປາແລດສະຕີນ ເພື່ອແນໃສ່ບັນລຸຂໍ້ຕົກລົງໂດຍອີງໃສ່ມາດຕະການແກ້ໄຂດ້ວຍການຄົງຕົວ 2 ລັດ.