ຝຣັ່ງປະກາດບັນດາມາດຕະການໃໝ່ເພື່ອຕ້ານກໍ່ການຮ້າຍ

ຝຣັ່ງປະກາດບັນດາມາດຕະການໃໝ່ເພື່ອຕ້ານກໍ່ການຮ້າຍ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ Manuel Valls
(ພາບ: AP)

(vovworld) - ບັນ​ດາ​ມາດ​ຕະ​ການ​ໃໝ່​ຕ້ານກໍ່​ການ​ຮ້າຍ​ໂດຍ ຝ​ຣັ່ງ​ປະ​ກາດ​ເມື່ອ​ວັ​ນ​ທີ 21/1. ກ່າ​ວ​ຄຳ​ເຫັນ​ທີ່ ປາ​ຣີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຝ​ຣັ່ງ Manuel Valls ຍອມ​ຮັບ​ວ່າ: ການ​ຕໍ່​ສູ້​ຕ້ານກໍ່​ການ​ຮ້າຍ ແລະ ສົງ​ຄາມ​ອິດ​ສະ​ລາມຫົວ​ຮຸນ​ແຮງ​​ຍັງ​ລຳ​ບາກ​ກາກ​ກຳ ແລະ​  ຍາວ​ນານ, ພ້ອມ​ທັງ​ຖະ​ແຫຼງ​ວ່າ: ລັດ​ຖະ​ບານ ຝ​ຣັ່ງ ຈະ​ນຳ​ໃຊ້​ຈຳ​ນວນ​ເງິນ 490 ລ້ານ USD ໃຫ​້​ແກ່​ກາ​ນ​ເຄື່ອນ​ໄຫວ​ຕ້ານກໍ່​ການ​ຮ້າຍ​ໃນ 3 ປີ​ຈະ​ມາ​ເຖິງ. ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ເທດນີ້​ຈະ​ໄດ້​ປະ​ກອບ​ອາ​ວຸດຫຼາຍ​ປະ​ເພດ​ທີ່​ທັນ​ສະ​ໄໝ​ກ່​ວາ ແລະ ຝ​ຣັ່ງ ຈະ​ຮັບ​ສະ​ໝັກ​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສະ​ເພາະ​ກິດ​ຕ້ານກໍ່​ການ​ຮ້າຍ​ຕື່ມ​ອີກ 2.680 ຄົນ. ຄາດ​ວ່າ, ຕຳຫຼວດ, ທະ​ຫານ ແລະ ສາ​ລະ​ວັດ​ທະ​ຫານ ຝ​ຣັ່ງ 122.000 ຄົນ ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເພື່ອ​ປົກ​ປ້ອງ​ບັນ​ດາ​ສະ​ຖານ​ທີ່​ເຄັ່ງ​ຮ້ອນ, ໃນ​ນັ້ນ​ມີ​ບັນ​ດາ​ສູນ​ສາ​ສະ​ໜາ ຢູ່ຝ​ຣັ່ງ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Valls ກໍ່​ໃຫ້​ຮູ້​ວ່າ: ຈະ​ປັບ​ປຸງ​ກົງ​ຈັກ​ສືບ​ລາ​ຊະ​ການ​ລັບ​ຂອງ​ປະ​ເທດນີ້, ນຳ​ໃຊ້​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ຕິດ​ຕາມກວດ​ກາສາຍ​ໂທ​ລະ​ສັບ​ຢ່າງ​ງ່າຍ​ດາຍກ​່​ວາ. ນອກ​ຈາກນັ້ນ, ລັດ​ຖະ​ບານກໍ່​ຈະ​ສຸມ​ໃສ່​ເຂົ້າ​ເລື່ອງ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ແນວ​ຄິດ​ຫົວ​ຮຸນ​ແຮງ. ປະ​ຈຸ​ບັນ, ເຈົ້າ​ໜ້າ​ທີ່ ຝ​ຣັ່ງ ພວມ​ຕິດ​ຕາມກວດ​ກາ​ເກືອບ 3.000 ຄົນ​ເຊິ່ງ​ໄດ້​ຮ​ັບ​ຖື​ວ່າ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​​ການ​ເຄື່ອນ​ໄຫວສົງ​ຄາມ​ອິດ​ສະ​ລາມ.


ຂ່າວ/ບົດ​ອື່ນ