ຝຣັ່ງສ້າງຕັ້ງລັດຖະບານໃໝ່ດ້ວຍການປ່ຽນແປງບໍ່ຫຼາຍ ວັນພຸດ ທີ 7 ທັນວາ ຄ.ສ. 2016 | 14:19:11 ທ່ານ Bernard Cazeneuve (ພາບ: AFP/TTXVN) (vovworld) – ພາຍຫຼັງໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ຝຣັ່ງ ຈາກທ່ານປະທານາທິບໍດີ ຝຣັ່ງ Francoi Hollande, ແທນໃຫ້ທ່ານ Manuel Valls ທີ່ຫາກໍ່ລາອອກຈາກຕຳແໜ່ງ ເພື່ອເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ຝຣັ່ງ ປີ 2017, ທ່ານ Bernard Cazeneuve ໄດ້ປະກາດພາກສ່ວນລັດຖະບານໃໝ່ເຊິ່ງມີການປ່ຽນແປງໜ້ອຍທີ່ສຸດຢ່າງໄວວາ. ເລື່ອງລັດຖະບານໃໝ່ໄດ້ຮັບການສ້າງຕັ້ງ ດ້ວຍບັນດາຕຳແໜ່ງການນຳຂອງບັນດາກະຊວງເກືອບໄວ້ຄືວ່າໄດ້ຮັບການຮັກສາຄືເກົ່າໄດ້ສະແດງໃຫ້ເຫັນວ່າ ທ່ານປະທານາທິບໍດີ Francoi Hollande ແລະ ທ່ານນາຍົກລັດຖະມົນຕີ Bernard Cazeneuve ຢາກສືບຕໍ່ຮັກສານະໂຍບາຍດ້ານເສດຖະກິດ - ສັງຄົມປະຈຸບັນຈົນຮອດເວລາສິ້ນສຸດອາຍຸການໃນເດືອນ 6/2017. ໃນ 3 ຕຳແໜ່ງໄດ້ຮັບການແຕ່ງຕັ້ງ, ພົ້ນເດັ່ນແມ່ນທ່ານ Bruno Le Roux, ຫົວໜ້າຝ່າຍສ່ວນຫຼາຍໃນສະພາຕ່ຳ ຝຣັ່ງ, ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງພາຍໃນ. ນອກຈາກນັ້ນ, ທ່ານ Andre Vallini, ຜູ້ພວມດຳລົງຕຳແໜ່ງເປັນລັດຖະມົນຕີຮັບຜິດຊອບວຽກງານວາງແຜນຜືນແຜ່ນດິນ ແລະ ພັດທະນາ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີຮັບຜິດຊອບການພົວພັນກັບສະພາແຫ່ງຊາດ, ທ່ານ Jean Marie Le Guen ກາຍເປັນລັດຖະມົນຕີຮັບຜິດຊອບການພັດທະນາ ແລະ ພາສາຝຣັ່ງ. Tag vovworld ຕຳແໜ່ງ ຝຣັ່ງ ຂ່າວ/ບົດອື່ນ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024 ລັດເຊຍ ແລະ ຈີນ ເລີ່ມຊ້ອມຮົບກອງທັບເຮືອຮ່ວມ ທ່ານນາຍົກລັດຖະມົນຕີເນັ້ນໜັກເປົ້າໝາຍຂອງທຸກແຂວງ, ນະຄອນລ້ວນແຕ່ແມ່ນແຂວງປອດໄພດ້ານຄົມມະນາຄົມ ເລີ່ມລົງມືກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ບ້ານ ນູ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ