ຝຣັ່ງເຊື້ອເຊີນການນຳປາແລດສະຕີນແລະອິດສະຣາແອນເຂົ້າຮ່ວມກອງປະຊຸມສັນຕິພາບ
ທ່ານ Benjamin Netanyahu ແລະ ທ່ານ Mahmouh Abbas
(ພາບ: charismanews.com)
|
(vovworld) – ຊ່ອງພາສາ ອາຣັບ ຂອງວິທະຍຸກະຈາຍສຽງ ອິດສະຣາແອນ ໃນວັນທີ 9/12 ໄດ້ໃຫ້ຂ່າວວ່າ ຝຣັ່ງ ເຊີນທ່ານປະທານາທິບໍດີ ປາແລດສະຕີນ Mahmouh Abbas ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu ໄປ ປາຣີ ຢ່າງເປັນທາງການໃນວັນທີ 22/12 ຈະມາເຖິງ. ວິທະຍຸດັ່ງກ່າວໄດ້ຂັດສະເໜີຄຳເວົ້າຂອງ ຜູ້ຊ່ວຍວຽກປະທານາທິບໍດີ ປາແລດສະຕິນ ທ່ານ Nabil Abu Rdineh ໂດຍໃຫ້ຮູ້ວ່າ: “ທ່ານປະທານາທິບໍດີ Abbas ໄດ້ຮັບຄຳເຊີນ”. ທ່ານ Rdineh ເວົ້າແຈ້ງຕື່ມອີກວ່າ ການຢ້ຽມຢາມ ປາຣີ ຂອງທ່ານ ປະທານາທິບໍດີ Abbas “ກົງກັບໂອກາດດຳເນີນກອງປະຊຸມສາກົນຈັດຕັ້ງຢູ່ ປາຣີ ເພື່ອແນໃສ່ຟື້ນຟູວິວັດທະນາການສັນຕິພາບ ອິດສະຣາແອນ - ປາແລດສະຕີນ”
ກ່ອນໜ້ານັ້ນ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Netanyahu ໄດ້ປະຕິເສດຂໍ້ສະເໜີຂອງ ຝຣັ່ງ ກ່ຽວກັບ ເລື່ອງທ່ານປະທານາທິບໍດີ ປາແລດສະຕີນ Abbas ໃນຂອບເຂດກອງປະຊຸມສັນຕິພາບສາກົນ ຄາດວ່າຈະຈັດຂຶ້ນຢູ່ ປາຣີ. ໃນການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຝຣັ່ງ Francois Hollande, ທ່ານນາຍົກລັດຖະມົນຕີ Netanyahu ຊີ້ແຈ້ງວ່າ ຖ້າຫາກ ຝຣັ່ງ ຍົກເລີກກອງປະຊຸມສາກົນຢູ່ ປາຣີ, ທ່ານກຽມພ້ອມພົບປະກັບການນຳ ປາແລດສະຕີນ ເພື່ອເຈລະຈາໂດຍກົງ ຫາກບໍ່ມີບັນດາເງື່ອນໄຂຕ້ອງແກ້ກ່ອນ.