ຝ​ລັ່ງ: ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ພະ​ລັງ​ງານ

(VOVWORLD) -ສະຖານທູດ ຫວຽດນາມ ປະຈຳຝລັ່ງຈະພະຍາຍາມເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດ, ຮ່ວມເດີນທາງໄປພ້ອມກັບຄູ່ຮ່ວມມື ເພື່ອພ້ອມກັນພັດທະນາແບບຍືນຍົງ, ມຸ່ງໄປເຖິງຜົນສຳເລັດ ແລະ ປະສິດທິຜົນຂອງສອງຝ່າຍ.
ຝ​ລັ່ງ: ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ພະ​ລັງ​ງານ - ảnh 1ການໂອ້ລົມສົນທະນາກ່ຽວກັບກາລະໂອກາດດຳເນີນທຸລະກິດຢູ່ ຫວຽດນາມ ໃນການຫັນເປັນດີຈີຕອນ ແລະ ພະລັງງານ (ພາບ: TTXVN)

ວັນທີ 7 ຕຸລາ, ຢູ່ນະຄອນຫຼວງ ປາຣີ ປະເທດຝລັ່ງ, ການໂອ້ລົມສົນທະນາດ້ານເສດຖະກິດດ້ວຍຫົວຂໍ້ “ກຳແໜ້ນກາລະໂອກາດດຳເນີນທຸລະກິດຢູ່ ຫວຽດນາມ ໃນການຫັນເປັນດີຈີຕອນ ແລະ ພະລັງງານ” ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງວິສາຫະກິດ 60 ແຫ່ງ ແລະ ນັກລົງທຶນຂອງສອງປະເທດ. ເຫດການດັ່ງກ່າວໂດຍ ສະຖານທູດ ຫວຽດນາມ ປະຈຳຝລັ່ງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຝລັ່ງ - ຫວຽດນາມ, ບໍລິສັດ FPT Software Europe ແລະ Schneider Electric ຮ່ວມກັນຈັດຕັ້ງ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເອກອັກຄະລັດຖະທູດ ດິງຕວານທັງ ໃຫ້ຮູ້ວ່າ ການເຄື່ອນໄຫວລົງທຶນຂອງຕ່າງປະເທດຢູ່ ຫວຽດນາມ ນັບມື້ນັບຄຶກຄື້ນ, ມີຫຼາຍກຸ່ມບໍລິສັດນາໆຊາດ, ວິສາຫະກິດຂະໜາດໃຫຍ່ດ້ວຍເຕັກໂນໂລຢີທີ່ທັນສະໄໝກຳລັງມີໜ້າຢູ່ ຫວຽດນາມ ດ້ວຍຂະໜາດຕົ້ນທຶນ ແລະ ຄຸນນະພາບຂອງໂຄງການນັບມື້ນັບເພີ່ມຂຶ້ນ. ສະຖານທູດ ຫວຽດນາມ ປະຈຳຝລັ່ງຈະພະຍາຍາມເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດ, ຮ່ວມເດີນທາງໄປພ້ອມກັບຄູ່ຮ່ວມມື ເພື່ອພ້ອມກັນພັດທະນາແບບຍືນຍົງ, ມຸ່ງໄປເຖິງຜົນສຳເລັດ ແລະ ປະສິດທິຜົນຂອງສອງຝ່າຍ.

ບັນດາວິສາຫະກິດຝລັ່ງໄດ້ສະແດງການສະໜັບສະໜູນຢ່າງແຮງແລະມີຄວາມເຊື່ອໝັ້ນຕໍ່ໂອກາດຮ່ວມມືລະຫວ່າງສອງປະເທດ; ປາດຖະໜາກຢາກໃຫ້ລັດຖະບານ ຫວຽດນາມ ໜູນຊວ່ຍ ແລະ ສ້າງເງື່ອນໄຂເພື່ອຮ່ວມມື, ດຳເນີນທຸລະກິດໃຫ້ປະສົບຜົນສຳເລັດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ